ປັດຈຸບັນຊົນເຜົ່າ ລື້ ອາໄສຢູ່ ສປປ ລາວ ສ່ວນຫຼາຍຕັ້ງຖິ່ນຖານ ແລະ ທຳມາຫາກິນຢູ່ບັນດາແຂວງພາກເໜືອ ເຊັ່ນ: ແຂວງ ຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ໄຊຍະບູລີ, ຫຼວງພະບາງ ແລະ ແຂວງ ວຽງຈັນ ເຫຼົ່ນີ້ເປັນຕົ້ນ. ນອກຈາກຢູ່ ລາວ ແລ້ວຊົນເຜົ່າລື້ຍັງມີຢູ່ປະເທດ ຫວຽດນາມ, ຈີນ ແລະ ມຽນມາ. ຊົນເຜົ່າລື້ ຢູ່ລາວມີປະຊາກອນ ທັງໝົດ 123.054 ຄົນ, ຍິງ 61.954 ຄົນ, ເທົ່າກັບ 2,2 % ຂອງຈຳນວນພົນລະເມືອງທົ່ວປະເທດ (ອີງຕາມຜົນສຳຫຼວດຄັ້ງທີ III ປີ 2005).
ຊົນເຜົ່າ ລື້ ແມ່ນຊົນເຜົ່າໜຶ່ງຂອງວົງຄະນາຍາດແຫ່ງຊາດລາວ ເຊິ່ງໄດ້ຕັ້ງຖິ່ນຖານ ແລະ ທຳມາຫາກິນຢູ່ປະເທດ ລາວ ພ້ອມດຽວກັນ ກັບຊົນເຜົ່າໃນໝວດພາສາ ລາວ-ໄຕ. ຊົນເຜົ່ານີ້ໄດ້ອົບພະຍົບ ແລະ ເຄື່ອນຍ້າຍມາຈາກພາກໃຕ້ ແລະ ພາກຕາເວັນອອກສຽງໃຕ້ຂອງປະເທດ ຈີນ ບໍລິເນມົນທົນ 12 ພັນນາ ເຂົ້າສູ່ບັນດາແຂວງພາກເໜືອ ຂອງລາວເຮົາ ໃນຕອນທ້າຍສາຕະວັດທີ XIII ເປັນຕົ້ນມາ ຊົນເຜົ່າ ລື້ ເອີ້ນຕົນເອງວ່າ: “ລື້” ຊົນເຜົ່າອື່ນເອີ້ນໃຫ້ເຂົາເຈົ້າ ກໍແມ່ນ “ ລື້”, ຊື່ທີ່ເຂົາເຈົ້າມັກ ແລະ ຊື່ທີ່ໃຊ້ທາງການໃນປັດຈຸບັນກໍ ແມ່ນ “ຊົນເຜົ່າ ລື້”. ສຳລັບການເອີ້ນຊື່ວ່າ “ລື້, ໄທລື້, ໄຕລື້” ນີ້ຕາມຂໍ້ມູນໃນປື້ມພົງສາວະດານລາວໄດ້ຂຽນໄວ້ວ່າ: ແມ່ນພວກທີ່ຍັງຕົກຄ້າງ ຢູ່ປະເທດຈີນ ຕອນໃຕ້ ຫຼື ມົນທົນຢູນານພາຍຫຼັງທີ່ລາວເຮົາໄດ້ເສຍອານາຈັກ ແລະ ໄດ້ພາກັນແຍກອອກເປັນຫຼາຍຈູ້ມ, ຫຼາຍພວກພ້ອມກັບ ການປະຊື່ເດີມ ແລະ ເອີ້ນກັນດ້ວຍຊື່ໃໝ່ແຕ່ກໍຍັງເອີ້ນຕົນເອງວ່າ: “ໄທ້” ເພື່ອສະແດງໃຫ້ຮູ້ວ່າເປັນພວກດຽວກັນ.ອີກຢ່າງໜຶ່ງຄວາມໝາຍຂອງຄຳວ່າ: “ລື້” ແມ່ນມາຈາກສອງຄຳເຫັນຕ່າງກັນຄື: ຄຳເຫັນໜຶ່ງແມ່ນມາຈາກຄຳວ່າ: “ດື້” ແລະ ຄຳເຫັນ ທີສອງແມ່ນມາຈາກຄຳວ່າ: “ລືຊ່າ” ຈາກສອງຄໍາເຫັນດັ່ງກ່າວຈະເປັນ “ລື ຫຼື ດື້” ກໍຕາມແຕ່ປັດຈຸບັນເຂົາເຈົ້າກໍມັກຊື່ລື້ດັ່ງທີ່ໄດ້ກ່າວມາ. ຊົນ ເຜົ່າ ລື້ ປະກອບດ້ວຍແຊງດຽວຄື: ເຂີນ ຫຼື ຂຶນ.
ຊົນເຜົ່າ ລື້ ມີອາຊີບຕົ້ນຕໍທາງການກະເສດເຊັ່ນ: ການເຮັດ ນາ, ເຮັດໄຮ່ປູກເຂົ້າໜຽວ, ພ້ອມນີ້ຍັງເຮັດສວນປູກພືດຜັກ, ລ້ຽງສັດ, ເຮັດວຽກງານຫັດຖະກຳຕ່າງໆເພື່ອຮັບໃຊ້ໃນຊີວິດປະຈຳວັນ ແລະ ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວນອີກດ້ວຍ. ໂດຍພື້ນຖານແລ້ວຊົນ ເຜົ່າ ລື້ ມີເສດຖະກິດຂ້ອນຂ້າງໝັ້ນຄົງ, ຊີວິດການເປັນຢູ່ແມ່ນລະດັບພໍຢູ່ພໍກິນ. ທັງນີ້ກໍຍ້ອນເຂົາເຈົ້າເປັນຄົນດຸໝັ່ນໃນການຜະລິດ, ໂດຍເອົາ ການເຮັດນາເປັນຕົ້ນຕໍປະກອບກັບການຕັ້ງບ້ານເຮືອນທັງໝັ້ນຄົງຖາວອນ. ພິເສດແມ່ຍິງຊົນເຜົ່າ ລື້ ຈະມີມູນເຊື້ອໃນການປູກມອນ, ລ້ຽງ ມ້ອນ, ຕ່ຳຫູກທໍໄໝ, ຍິບປັກຖັກແຊ່ວ ແລະ ຄ້າຂາຍເປັນອາຊີບເສີມໃຫ້ແກ່ຄອບຄົວ.
ລັກສະນະບ້ານເຮືອນຂອງຊົນເຜົ່າ ລື້ ເຂົາເຈົ້າມັກຕັ້ງບ້ານຢູ່ບ່ອນ ຮາບພຽງ, ຕາມລ່ອງແມ່ນ້ຳທີ່ມີເງື່ອນໄຂສະດວກໃນການເຮັດນາ, ຮູບ ແບບເຮັດເຮືອນເປັນເຮືອນຮ້ານສູງ, ແຕ່ກ່ອນແມ່ນນິຍົມຕັ້ງເຮືອນໃຫຍ່, ເຮືອນແຝດ (ສອງຫຼັງຄາຮ່ວມພື້ນດຽວກັນ) ຫຼື ຫຼັງດຽວແລ້ວຕໍ່ຊານ ອອກໄປຫາເລົ້າເຂົ້າ. ໃນເຮືອນຈະໄດ້ແຍກເປັນສອງສ່ວນຄື: ສ່ວນໜື່ງ ແມ່ນສຳລັບຮັບແຂກ, ນອນ ແລະ ເກັບມ້ຽນເຄື່ອງຂອງທີ່ສຳຄັນ ແລະ ອີກສ່ວນໜຶ່ງແມ່ນສຳລັບແຕ່ງກິນ, ນອກຈາກນີ້, ເຂົາເຈົ້າກໍຈະປະຫ້ອງ ໜຶ່ງໄວເອີ້ນວ່າ: “ເຊຍ” ພາສາລື້ເອີ້ນວ່າ: “ໜ້າວາງ” ເພື່ອເປັນບ່ອນ ນັ່ງຫຼິ້ນ ແລະ ຮັບແຂກຄົນຕ່າງໆ. ຍ້ອນວ່າຢູ່ແຕ່ລະເຮືອນຈະມີຮ້ານບູຊາຜີ. ດັ່ງນັ້ນຢູ່ພາຍໃນເຮືອນຂອງເຂົາເຈົ້າກໍຈະະມີການຄະລຳໃນການ ເຂົ້າຫ້ອງນອນ ແລະ ມີອີກຢ່າງໜຶ່ງແມ່ນຫ້າມບໍ່ໃຫ້ນັ່ງບ່ອນ ຫຼື ເບາະ ນັ່ງຂອງເຈົ້າຂອງເຮືອນ. ສ່ວນຢູ່ໃນບ້ານຈະມີການຄະລຳໃນເວລາເຮັດ ຮີດຄອງປະເພນີຂອງບ້ານເຊັ່ນ: ຫ້າມບໍ່ໃຫ້ຄົນເຂົ້າບ້ານເມື່ອເຫັນເຄື່ອງ ໝາຍຕາແຫຼວ ຫຼື ຟົດໄມ້ດິບທີ່ຢູ່ປາກປະຕູໂຂງຂອງບ້ານ, ຖ້າລະເມີດ ຈະຖືກປັບໄໝ ຫຼື ຕ້ອງ ໄດ້ແປງຜີບ້ານ, ຜີເຮືອນ ແລະ ອື່ນໆ.
ຄຽງຄູ່ກັບສິ່ງທີ່ກ່າວມາຊົນເຜົ່າ ລື້ ກໍຍັງມີເຄື່ອງນຸ່ງຫົ່ມເອ້ຍ້ອງ ທີ່ເປັນເອກະລັກປະຈຳຊົນເຜົ່າ. ສ່ວນຫຼາຍຜູ້ຊາຍຈະນຸ່ງໂສ້ງ, ເສື້ອດຳ, ຜ້າຄຽນຫົວສີດຳ ຫຼື ລາຍດຳຂາວ, ແມ່ຍິງຈະນຸ່ງສິ້ນແຊງເຄືອດຳຈົກ ດອກລວດລາຍຕາມຄວາມມັກ, ນຸ່ງເສື້ອສີດຳ ຫຼື ສີຟ້າແກ່ແຂບປາຍ ແຂນ, ຄໍ ແລະ ແຂບເສື້ອແລ້ວພັບນອກແລ້ວປ້າຍມັດຂ້າງ.
ສຳລັບອາຫານການກິນດື່ມຂອງຊົນເຜົ່າ ລື້ ມັກລົດເຜັດ, ແຊບ ຊ້ອຍດີ ແະ ກິນເຂົ້າໜຽວ, ຕາມປົກກະຕິແລ້ວພາເຂົ້າຂອງຊົນເຜົ່າ ລື້ ແຕ່ງແຕ່ລະເທື້ອຈະຂາດແຈ່ວບໍ່ໄດ້ ເວລາວາງພາເຂົ້າຈະບໍ່ໃຫ້ວາງກ້ອງຂື່ເຮືອນຕ້ອງໄດ້ພະຍາຍາມຫ່າງຈາກຂື່ຂ້າງໃດຂ້າງໜຶ່ງກໍໄດ້, ເຄື່ອງດື່ມ ແມ່ນເຫຼົ້າເດັດ, ເຫຼົ້າໄຫ ແລະ ເຫຼົ້າສະໂທ. ໃນສະໄໝກ່ອນ ສະພາບການກິນ ການດື່ມ ຫຼື ການດູດຂອງຊົນເຜົ່າອີວມຽນ ກໍຄືກັນກັບຊົນເຜົ່າອື່ນໆໃນປະເທດລາວເປັນຕົ້ນ: ເຂົາເຈົ້າໄດ້ອາໄສທຳມະຊາດ ແລະ ສິ່ງແວດລ້ອມອ້ອມຕົວຄື: ຫາລ່າເນື້ອສັດປ່າ, ຫາປາຕາມຫ້ວຍ, ຮອງ, ເກັບເດັດຜັກປ່າ,
ຊົນເຜົ່າ ລື້ ມີຮີດຄອງປະເພນີ, ຄວາມເຊື່ອຖື ແລະ ວັດທະນະທຳ ຄ້າຍຄືຊົນເຜົ່າ ລາວ. ເຂົາເຈົ້າມີຄວາມເຊື່ອ ແລະ ນັບຖືພຸດທະສາສະໜາທີ່ຂ້ອນຂ້າງເຄັ່ງຄັດ ແລະ ແໜ້ນແຟ້ນສັງເກດຈາກສະຖານທີ່ທາງສາສະໜາທີ່ໃຫ່ຍໂຕ, ກວ້າງຂວາງ ແລະ ສະຫງ່າງາມ, ຮີດຄອງທາງສາສະໜາແມ່ນຈະຕ້ອງສົ່ງລູກຫຼານ (ຜູ້ຊາຍ) ທີ່ມີອາຍຸແຕ່ 10 ປີ ຂຶ້ນໄປ ເຂົ້າບວດໃນວັດຊ່ວງໄລຍະເວລາໃດໜຶ່ງແລ້ວຈິ່ງສິກອອກມາສ້າງຄອບຄົວ ຫຼື ເຮັດວຽກງານອຶ່ນໆ. ນອກຈາກການນັບຖືສາສະໜາພຸດແລ້ວ ຍັງເຊື່ອຖືຜີເຊັ່ນ: ຜີພໍ່ແມ່, ຜີເຮືອນ, ຜີບ້ານ ແລະ ຜີເມືອງເປັນຕົ້ນ.
ງານບຸນປະຈຳຂອງຊົນເຜົ່າ ລື້ ແມ່ນມີຢູ່ 5 ບຸນເຊັ່ນ: ບຸນເຂົ້າພັນສາໃນໄລຍະເວລາຂອງເດືອນກໍລະກົດ, ບຸນທານທຳຫຼວງບໍ່ກຳນົດເວລາ, ບຸນເຂົ້າສະຫຼາກ, ບຸນຂຶ້ນທາດແມ່ນຈະຈັດຢູ່ເດືອນ 5 ເພັງ ແລະ ບຸນຊ່ວງເຮືອທີ່ເປັນບຸນຫຼັກ ຫຼື ບຸນປະຈຳຊົນເຜົ່າ ລື້ .
ຊົນເຜົ່າ ລື້ ມີເຄື່ອງດົນຕີປະເພດກອງ, ແຄນ, ປີ່, ຄ້ອງ ທີ່ນຳມາສະແດງໃນງານບຸນຂອງເຂົາເຈົ້າ, ໃນເວລາມີງານດອງ ແລະ ງານອຶ່ນໆທີ່ກ່ຽວກັບຮີດຄອງຂອງເຂົາເຈົ້າ.
ພາສາຂອງຊົນເຜົ່າ ລື້ ຈັດເຂົ້າໃນໝວດພາສາ ລາວ-ໄຕ ເຂົາເຈົ້າມີຕົວ ໜັງສືຂຽນ, ສ່ວນຫຼາຍຈະພົບເຫັນໃນໃບລານ, ຕົວອັກສອນ ຫຼື ຕົວໜັງສືຂຽນ ຂອງຊົນເຜົ່າ ລື້ ຄ້າຍຄືໂຕທຳ
ລຳດັບ | ພາສາລາວ | ພາສາໄທລື້ |
---|---|---|
1 | ສະບາຍດີ | ສະບາຍດີ |
2 | ໂຊກດີ | ໂຊກດີເນີ |
3 | ຂອບໃຈ | ຂອບໃຈເນີ |
4 | ຂໍໂທດ | ສູ່ມາເລີ |
5 | ເຈົ້າຊື່ຫຍັງ? | ເຈົ້າຈື່ຫຍັງ? |
6 | ເຮັດຫຍັງຢູ່? | ເຮັດຫຍັງຢູ່? |
7 | ກິນເຂົ້າແລ້ວບໍ? | ກິນເຂົ້າແລະ? |
8 | ລາກ່ອນ | ເມືອກ່ອນເນິ |
9 | ພົບກັນໃໝ່ | ພົບກັນໃໝ |
10 | ບໍ່ເປັນຫຍັງ | ບໍ່ເປັນຫຍັງ |
ຄັດຈາກປື້ມບັນດາຊົນເຜົາໃນ ສປປ ລາວ
ສະຫງວນລິຂະສິດ © 2024. Her Works