ກ່ຽວກັບພວກເຮົາ

Her Works ໄດ້ເລີ່ມຈາກການເດີນທາງຂອງຜູ້ຍິງຄົນຫນຶ່ງທີ່ມີນາມວ່າ ຕຸ໊ກຕາ ເພິ່ນທີ່ໄດ້ເດີນທາງໄປຫາຄົນຊົນເຜົ່າຕ່າງໆຢູ່ທົ່ວປະເທດລາວ ໂດຍຫວັງວ່າຈະນຳເອົາງານຝີມືທີ່ປານີດຂອງກຸ່ມຊົນເຜົ່າທີ່ດ້ອຍໂອກາດມາເຜີຍແຜ່ສູ່ສາຍຕາຂອງຄົນທົ່ວໂລກ

ຕຸ໊ກຕາໄດ້ເດີນທາງໄປຢາມຄົນຊົນເຜົ່າຕ່າງໆໃນປະທດລາວເຊັ່ນ: ຊົນເຜົ່າເຢົ້າ, ຊົນເຜົ່າມົ້ງ, ຊົນເຜົ່າລື້, ຊົນເຜົ່າອາຄ່າ,ຊົນເຜົ່າກຶມມຸ, ຊົນເຜົ່າກະຕູ້, ຊົນເຜົ່າແລນແຕນ ແລະ ອື່ນໆ ແລະໄດ້ເຫັນຄວາມສາມາດແລະຄວາມປານີດ ງານຝີມືຂອງຜູ້ຍິງລາວບັນດາເຜົ່າ ທີ່ເກືອບຈະສູນຫາຍໃນຍຸກປະຈຸບັນ, ການປະດິດສ້າງຂຶ້ນມາດ້ວຍມືທັງຫມົດ ໃຊ້ວັດຖຸດິບທີ່ຫາໄດ້ຈາກທຳມະຊາດທັງຫມົດ, ຕ່ຳຜ້າຈົກລາຍ ການປັກແຊ່ວດ້ວຍມືທີ່ໃຊ້ທັງຄວາມພະຍາຍາມ ແລະ ເວລາ ກວ່າຈະສ້າງສັນຜົນງານຫນຶ່ງຊິ້ນສຳເລັດ. ລາວໄດ້ຫລົງໄຫລກັບຄວາມສາມາດ ສິນລະປະແລະລວດລາຍທີ່ເປັນເອກະລັກຂອງງານຝີມືແມ່ຍິງລາວແຕ່ລະເຜົ່າ ລາວຈິ່ງຕັດສິນໃຈນຳເອົາງານຝີມື ຂອງແຕ່ລະຊົນເຜົ່ານັ້ນ ມາອອກແບບແປຮູບເປັນຜະລິດຕະພັນ ຄຽງຄູ່ກັນກັບການສ້າງສັນວຽກງານ ສ້າງລາຍໄດ້ ໃຫ້ແຕ່ລະຊົນເຜົ່າ, ຊ່ວຍພັດທະນາແບບໃຫມ່ໆໂດຍດຶງເອົາຈຸດເດັ່ນແລະເອກະລັກຂອງຊົນເຜົ່າພວກເຂົາ, ເຊີດຊູກຽດແລະຜົນງານຂອງແມ່ຍິງລາວທຸກຊົນເຜົ່າເພື່ອໃຫ້ຊາວຕ່າງຊາດໄດ້ເຫັນໄດ້ຊົມໃຊ້ຜະລິດຕະພັນທີ່ຜະລິດຈາກສີມືແມ່ຍິງລາວ.

ລາວໄດ້ລິເລີ່ມໂປຣເຈັກ Her Works ທີ່ສື່ຄວາມຫມາຍວ່າງານຝີມືຂອງລາວ (ເຊິ່ງຄຳວ່າ “ລາວ” ໃນທີ່ນີ້ແມ່ນຢາກບົ່ງເຖິງຜົນງານຈາກນ້ຳພັກນ້ຳແຮງຂອງຜູ້ຍິງລາວທຸກຄົນທີ່ເຮັດຂຶ້ນມາຕັ້ງແຕ່ເປັນເສັ້ນໃຍຈົນສຳເລັດເປັນຂອງທີ່ລະນຶກອອກມາວາງຂາຍ) ຈາກການເປີດຮ້ານນ້ອຍໆຂ້າງທາງ ໃນວັນທີ 8 ມີນາ ປີ 2016 ໂດຍມີສິນຄ້າບໍ່ຈັກຊິ້ນ, ຈົນໄດ້ເປີດຮ້ານໃຫຍ່ຢູ່ໃຈກາງເມືອງວຽງຈັນໃນເວລາຕໍ່ມາບໍ່ດົນ ຈົນປະຈຸບັນມີແຜນທີ່ຈະສ້າງສູນຟື້ນຟູພັດທະນາງານຝີມືຊົນເຜົ່າ ເພື່ອຈະສືບຕໍ່ພັດທະນາງານຝີມືຊົນເຜົ່າແລະຟື້ນຟູງານຝີມືເກົ່າໆທີ່ຫາໄດ້ຍາກກັບຄືນມາແລະຮັກສາໄວ້ບໍ່ໃຫ້ສູນຫາຍໄປ.



ວິໄສທັດ

  • Her Works ຕິດຕໍ່ພົວພັນວຽກງານກັບບັນດາກຸ່ມ* ຜູ້ຍິງທີ່ມີສີມືໃນການຕໍ່າຫູກ, ຖັກ, ສານ ຈາກຊົນເຜົ່າຕ່າງໆໂດຍກົງ, ຊ່ວຍອອກແນວຄິດເພື່ອໃຫ້ມີການພັດທະນາການຜະລິດໃນຮູບແບບທີ່ແປກໃຫມ່ຂຶ້ນ
  • ຊ່ວຍສ້າງສັນວຽກງານໃຫ້ແຕ່ລະຊົນເຜົ່າແລະຊາວບ້ານໄດ້ມີລາຍຮັບຫຼາຍຂຶ້ນຈາກການຜະລິດແຜ່ນແພທີ່ເຂົາຖະນັດທີ່ສືບທອດກັນມາທີ່ເປັນເອກະລັກຂອງແຕ່ລະຊົນເຜົ່າ

  • ອອກແບບຮູບແບບການຕັດຍິບທີ່ປະຍຸກໃຫ້ເຂົ້າກັບຍຸກສະໄຫມ ແຂງແຮງ ທົນທານ ແລະໄດ້ກະຈາຍການຕັດຍິບໃຫ້ຕັ້ງແຕ່ລະດັບອົງກອນຕັດຍິບຕ່າງໆໄປຈົນເຖິງຊາວບ້ານ ເພື່ອຊຸກຍູ້ໃຫ້ອົງກອນການຕັດຍິບຕ່າງໆແລະຊາວບ້ານໃນປະເທດລາວໄດ້ຮັບລາຍໄດ້ຫຼາຍຂຶ້ນ

  • ເຊີດຊູກຽດແລະຄວາມສາມາດຂອງແມ່ຍິງລາວແລະຄົນຊົນເຜົ່າທີ່ຢູ່ຂົງເຂດຫ່າງໄກສອກຫຼີກ

  • ສົ່ງເສີມແລະເອກອ້າງຄວາມເປັນເອກະລັກງານສີມືທີ່ປານີດ, ຄວາມທຳມະຊາດ ແລະສີສັນຂອງຄວາມຫຼາກຫຼາຍຊົນເຜົ່າທີ່ເປັນຈຸດເດັ່ນຂອງບ້ານເຮົາໃຫ້ຊາວຕ່າງຊາດໄດ້ເຫັນ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດດ້ວຍສີມືຍິງລາວ

  • ຊ່ວຍສຸກຍູ້ແມ່ຍິງລາວ, ຄົນຊົນເຜົ່າຕ່າງໆ, ຊາວບ້ານ, ຜູ້ດ້ອຍໂອກາດ, ຄົນເຖົ້າແລະຄົນພິການໃຫ້ມີລາຍໄດ້ແລະຄຸນນະພາບຊີວິດທີ່ດີຂຶ້ນ


ຂັ້ນຕອນການຜະລິດ

ສິນຄ້າຂອງ Her Works ສ່ວນໃຫຍ່ແມ່ນຈະເນັ້ນເອົາແຜ່ນແພແລະເອກະລັກຈາກຫຼາກຫຼາຍຊົນເຜົ່າມາອອກແບບແປຮູບໃຫ້ເປັນເຄື່ອງໃຊ້ສອຍ, ເຄື່ອງນຸ່ງຮົ່ມ ແລະ ອຶ່ນໆ. ແຕ່ລະຊົນເຜົ່າກໍ່ຈະຖະຫນັດໃນຮູບແບບທີ່ແຕກຕ່າງກັນຍົກຕົວຢ່າງເຊັ່ນ ຊົນເຜົ່າມົ້ງ, ອິວມ້ຽນ, ອາຄ່າ, ໄທດຳ ກໍ່ຈະຖະນັດໃນການປັກແຊ່ວ ແຕ່ລວດລາຍກໍ່ຈະມີເອກະລັກຂອງໃຜລາວ. ຊົນເຜົ່າກະຕູ້, ກະລ່ຽງ ຈະຖະຫນັດໃນການຕ່ຳຫູກແບບຄາດແອວ. ຊົນເຜົ່າລາວລຸ່ມ ແລະ ຊົນເຜົ່າລື້ກໍ່ຈະຖະຫນັດໃນການຕ່ຳຫູກຈົກລາຍສິ້ນ, ຜ້າບ່ຽງຕ່າງໆ. ຊົນເຜົ່າກຶມມຸກໍ່ຈະຖະຫນັດໃນການສານຖົງທີ່ເຮັດມາຈາກເຄືອປຽດເປັນຕົ້ນ. ໄດ້ເລີ່ມຈາກການເດີນທາງຂອງຜູ້ຍິງຄົນຫນຶ່ງທີ່ມີນາມວ່າ ຕຸ໊ກຕາ ເພິ່ນທີ່ໄດ້ເດີນທາງໄປຫາຄົນຊົນເຜົ່າຕ່າງໆຢູ່ທົ່ວປະເທດລາວ ໂດຍຫວັງວ່າຈະນຳເອົາງານຝີມືທີ່ປານີດຂອງກຸ່ມຊົນເຜົ່າທີ່ດ້ອຍໂອກາດມາເຜີຍແຜ່ສູ່ສາຍຕາຂອງຄົນທົ່ວໂລກ


ເປັນສ່ວນຫນຶ່ງຂອງຊຸມຊົນທີ່ຂະຫຍາຍຕົວທີ່ສະຫນັບສະຫນູນຊ່າງຫັດຖະກໍາລາວ. ເຂົ້າຮ່ວມຈົດ ໝາຍຂ່າວຂອງພວກເຮົາສໍາລັບການເຄື່ອນໄຫວແລະເລື່ອງລາວຕ່າງໆ.

ກ່ຽວກັບ

Her Works ໄດ້ເລີ່ມຈາກການເດີນທາງຂອງຜູ້ຍິງຄົນຫນຶ່ງທີ່ມີນາມວ່າ ຕຸ໊ກຕາ ເພິ່ນທີ່ໄດ້ເດີນທາງໄປຫາຄົນຊົນເຜົ່າຕ່າງໆຢູ່ທົ່ວປະເທດລາວ ໂດຍຫວັງວ່າຈະນຳເອົາງານຝີມືທີ່ປານີດຂອງກຸ່ມຊົນເຜົ່າທີ່ດ້ອຍໂອກາດມາເຜີຍແຜ່ສູ່ສາຍຕາຂອງຄົນທົ່ວໂລກ

ຂໍ້ມູນ

ກ່ຽວກັບພວກເຮົາ
ຮ້ານຄ້າ
ຂ່າວ
ເພື່ອນຮ່ວມງານ

ຊ່ວຍເຫຼືອ

ຂາຍຍົກ
ຂໍ້ມູນການຈັດສົ່ງ
ເງຶ່ອນໄຂການສົ່ງຄຶນ
ຖາມຕອບ
ເງື່ອນໄຂ
ນະໂຍບາຍສ່ວນຕົວ

ສະຫງວນລິຂະສິດ © 2024. Her Works