ກາຕູ

ຊົນ​ເຜົ່າ​ກະຕູ​ແມ່ນ​ຊົນ​ເຜົ່າ​ໜຶ່ງ ທີ່​ໄດ້​ຕັ້ງ​ຖິ່ນ​ຖາ​ນພູມລຳ​​ເນົາ​ຢູ່​ລາວ​ເຮົາ​ມາ​ໄດ້​ຫຼາຍປີ​ແລ້ວ​. ສຳລັບ​ປະຫວັດ​ຄວາມ​ເປັນ​ມາ​ແລະ​ຕົ້ນ​ກຳ​ເນີ​ດຂອງ​ຊົນ​ເຜົ່າ​ນີ້​ແມ່ນ​ຄ້າຍ​ຄື​ກັນ​ກັບ​ບັນດາ​ຊົນ​ເຜົ່າ​ໃນໝວດພາສາ​ມອນ-ຂະ​ແມ, ຊື່​ງນັກ​ຄົ້ນຄວ້າ​ ຫຼາຍຄົນ​ໄດ້​ສັນນິຖານ​ວ່າ: ​ໄດ້​ອົບ​ພະຍົບ​ແລະ​ເຄື່ອນ​ຍ້າຍ​ມາ​ຈາກ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ອິນ​ເດຍ ​ແລະ ບໍລິ​ເວນ​ໃຕ້​ຂອງ​ຈີນ ​ເພາະ​ຢູ່​ເຂດ​ນີ້ ຍັງ​ປະກົດ​ມີ​ກຸ່ມ​ຄົນ​ທີ່​ປາກ​ເວົ້າ​ພາສາ​ອາມ​ອນຂະ​ແມ​ຢູ່​ຄື: ພວກ​ມູນ​ດະ ​ແລະ ພວກ​ໂກນ​ເປັນ​ຕົ້ນ​.
ປະຈຸ​ບັນ​ຊົນ​ເຜົ່າ​ກະຕູ ຕັ້ງ​ຖິ່ນ​ຖານ​ພູມລຳ​ເນົາ ​ແລະ ດຳລົງ​ຊີວິດ ສ່ວນ​ຫຼາຍຢູ່​ບັນດາ​ແຂວງ​ພາກ​ໃຕ້ ຂອງ​ລາວ​ເຮົາ​ເຊັ່ນ: ​ເມືອງ​ກະ​ລືມ, ດາກ​ຈຶງ, ທ່າ​ແຕງ ຂອງ​ແຂວງ​ເຊ​ກອງ​. ​ເມືອງ​ເລົ່າງາມ​ແຂວງ​ສາລະ​ວັນ. ​ເມືອງ​ປາກ​ຊ່ອງ​ແລະ​ເມືອງ ບາ​ຈຽງຈະ​ເລີ​ນສຸກ ຂອງ​ແຂວງ​ຈຳປາ​ສັກ. ນອກ​ຈາກ​ນີ້ ​ແລ້ວ​ຊົນ​ເຜົ່າ​ກະຕູ ຍັງ​ມີ​ຢູ່​ຫວຽດນາມ​ເຊັ່ນ: ກວາງ​ນາມ, ດາ​ນັ່ງ, ​ແລະ​ແຂວງ ​ເທືອງ​ທຽນ​ເຫວ. ຊົນ​ເຜົ່າ​ກະ​ຕູ​ມີ​ຢູ່​ລາວ​ທັງໝົດ 17,024 ຄົນ, ຍິງ ​8,653 ຄົນ. ​ເທົ່າ ​0,4% ຂອງ​ຈຳ​ນວນ​ພົນລະ​ເມືອງ​ທົ່ວ​ປະ​ເທດ.


ຊົນເຜົ່າ ກະຕູ



ປະຫວັດ ຄວາມເປັນມາແລະຊື່ເອີ້ນ


ຊົນ​ເຜົ່າ​ນີ້​ເອີ້ນ​ຕົວ​ເອງ​ວ່າ “ກະຕູ” ​ຊົນ​ເຜົ່າ​ອື່ນ​ກໍ​ເອີ້ນ​ແບບ​ນີ້​ຄື​ກັນ ສຳລັບ​ຄວາມໝາຍຂອງ​ຊື່​ແມ່ນ ລູງແລະຕູແປ​ວ່າ ຍອດ​ນ້ຳ ຫຼື ຍອດ​ຫ້ວຍ ຊົນ​ເຜົ່າ​ກະຕູ ປະກອບຫຼາຍ​ແຊງ​ດ້ວຍ​ກັນຄື ຕຮີ​ວ, ດາກ​ກັງ, ອັຮນາ, ອາສານ​ ​ແລະ ​​ເຟືອງ.


ອາຊີບຂອງຊົນເຜົ່າ ກະຕູ



ຊົນ​ເຜົ່າ​ກະຕູ​ສ່ວນຫຼາຍ​ເຂົາ​ເຈົ້າ​ດຳລົງ​ຊີວິດ​ຢູ່​ເຂດ​ພູດ​ອຍ ທີ່​ຫ່າງ​ໄກ​ຊອກຫຼີກ, ພື້ນ​ຖານ​ໂຄງ​ລ່າງ​ຂອງ​ລັດ​ຍັງ​ບໍ່ສາມາດ​ໄປ​ທົ່ວ​ເຖິງ​ໄດ້, ​ເສັ້ນທາງ​ໄປ​ມາບໍ່ສະດວກ​ເຮັດ​ໃຫ້ການ​ໄປ​ບໍລິການ​ກໍ່ຄື​ການ​ຮັບ​ບໍລິການ​ຂອງ​ລັດ​ພົບ​ຄວາມ​ຫຍຸ້ງຍາກ. ​ເຂົາ​ເຈົ້າ​ມີ​ອາຊີບຫຼັກ​ໃນ​ການ​ປູກ​​ໄຮ່​ປູກ​ເຂົ້າ ພ້ອມ​ກັນ​ນີ້​ເຂົາ​ຍັງ​ປູກ​ພືດ ​ແລະ​ທາດ​ແປ້ງ​ອື່ນໆ. ລັກສະນະ​ພື້ນ​ບ້ານ ພື້ນ​ເມືອງ ການລ້ຽງ​ສັດ​ກໍ່​​ເປັນ​ອີກ​ອາຊີບ​ໜື່ງ ທີ່​ຊົນ​ເຜົ່າ​ກະຕູ ມີ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ ​ແຕ່​ສ່ວນ​ຫລາຍ​ແລ້ວ​ເຂົາ​ເຈົ້າ​ລຽງ​ໄວ້​ເພື່ອ​ໃຊ້​ໃນ​ການ​ເຮັດ​ພິທີກຳ​ທາງ​ຮີດຄອງ​ປະ​ເພນີ ຄວາມ​ເຊື່ອ​ຖື​ແລະ​ໄວ້​ເປັນ​ຄ່າ​ສີນ​ສອດ​ໃນ​ເວລາ​ຂໍ​ລູກ​ຊາຍ​ແຕ່ງດອງ​ໂດຍ​ສະ​ເພາະ​ແມ່ນ​ຄວາຍ​ແມ່ນ​ສຳຄັນ​ເປັນ​ພິ​ເສດ ຄຽງຄູ່​ກັນ​ນີ້​ມ່ນຍິງ​ຊົນ​​ເຜົ່າ​ກະ​ຕູ​ຍັງ​ມີ​ຄວາມ​ສຳ​ນານ ​ໃນ​ເລື່ອງ​ຕໍ່າ​ແພ​ເຮັດ​ເຄື່ອງນຸ່ງ​. ສຳຫຼັບຜູ້​ຊາຍ​ແມ່ນ​ມີ​ຄວາມ​ສຳ​ນານ​ໃນ​ເລື່ອງ​ຫັດຖະກຳ​ຈັກສານ​ທີ່​ມີ​ສີສັນ​ລວດລາຍ​ແລະ​ທົນ​ທານ​ອີກ​ດ້ວຍ.


ທີ່ຕັ້ງບ້ານແລະເຮືອນ



ລັກສະນະບ້ານເຮືອນຂອງຊົນເຜົ່າກະຕູ, ຕາມປະເພນີແລ້ວ ເຂົາເຈົ້າມັກປຸກສ້າງບ້ານເຮືອນແບບເປັນຮູບວົງກົມອ້ອມສາລາ, ລັກສະນະຂອງເຮືອນ ຈະເປັນເຮືອນຕໍ່າ ແລະເປັນ​ເຮືອ​ນຍາວ ​ໂດຍ​ອາ​ໃສ​ຢູ່​ນຳຫຼາຍຄອບຄົວ​ແລະຫຼາຍຄົນ​ເຊັ່ນ: ໝາຍຄວາມ​ວ່າ​ໃນ​ບ້ານ​ຂອງ​ຊົນ​ເຜົ່າ​ກະຕູ​ໃນ​ມີ​ເຮືອນ​ກວານ​ສາລາ​ຢູ່​ກາງຂອງ​ບ້ານ ຊື່​ງສາລາ​ກວານ​ນີ້​ເຂົາ​ເຈົ້າ​ໃຊ້​ເປັນ​ສະຖານ​ທີ່​ໂຮມ​ຊຸມນຸມ, ​ເປັນ​ບອ່ນຮັບ​ແຂກ ​ເປັນ​ສະຖານ​ທີ່​ເຮັດ​ພິທີກຳ​ຕ່າງໆກ່ຽວກັບ​ການ​ເຊື່ອ​ຖື. ​ເພື່ອ​ປະຕິບັດ​ຕາມ​ຮີດຄອງ​ປະ​ເພນີ​ຂອງ​ຊົນ​ເຜົ່າ​ກະຕູ. ​ໃນ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ​ມີ​ການ​ຄະລຳ​ແລະ​ມີ​ຂໍ້​ຫ້າມຫຼາຍຢ່າງ​ເຊັ່ນ:ກ່ອນ​ນອນ​ຈະ​ເຂົາ​ບ້ານ​ຕ້ອງ​ສັງ​ເກດ​ເບີ່​ງປະຕູ​ໂຂງ​ວ່າ​ມີ​ຟັດ​ໄມ້ຫຼືບໍ່, ຖ້າ​ມີດ​ໄມ້​ດີບ ສະ​ແດງ​ວ່າ​ຫ້າມ​ເຂົ້າ​ບ້ານ, ກ່ອນ​ຈະ​ຮູດ​ເຂົ້າກ່ຽວ​ເຂົ້າ ມີ​ການ​ຄະລຳ​ບ້ານ ​ໂດຍ​ບໍ່​ໃຫ້​ຄົນ​ໃນ​ອອກ​ຄົນ​ນອກ​ເຂົ້າ, ຫ້າມ​ຂື້ນ​ໃນ​ເວລາ​ມີດ​ໄມ້​ດີບ​ຕິດ​ຢູ່​ຝາ​ເຮືອນຫຼືປະຕູ ບໍ່​ໃຫ້​ນັ່ງ​ອີງ​ເສົາ​ເຮືອນ, ບໍ່​ໃຫ້​ນອນ​ຂວາງ​ເຮືອນ​ແລະ​ການ​ເຂົ້າ​ອອກ​ເຮືອນ​ຂອງ​ແຂກ​ຕ້ອງ​ເຂົ້າ​ອອກ ປະຕູ​ທີ່​ໃຊ້​ສຳລັບ​ແຂກ​ເທົ່ານັ້ນ. ນອກຈາກ​ນີ້ ​ໃນ​ເວລາ​ມີ​ແຂກ​ມາ​ຢຽມຢາມ​ເຂົາ​ເຈ້າ​ມີ​ປະ​ເພນີ​ຮັບ​ແຂກ​ດວ້ຍ ການ​ໃຫ້​ສູບຢາ​ບັ້ງ​ທີ່​ເປັນ​ເອກະລັກໜື່ງ ​ເຊີ່ງ​ພາສາ​ກະຕູ​ເອີ້ນ​ວ່າ: ກອກ​ເດິ. ຊື່​ງການ​ດຳລົງ​ຊີວິດ ຍັງ​ມີ​ເອກະລັກ​ສັງຄົມ​ແບບ​ຮີດຄອງ​ປະ​ເພນີ ​ແລະ​ຍຶດຕິ​ກັບ​ທັດສະນະ​ຄະຕິ​ຄວາມ​ເຊື່ອ​ຕ່າງໆ ທີ່​ໄດ້​ມີ​ການຖ່າຍ​ຖອດ​ແລະ​ສືບ​ຖອດ​ຕໍ່ໆກັນ​ມາ​ຈາກ​ລຸ່ນຄົນໜື່ງ​ໄປ​ສູ່​ອີກ​ລຸ່ນຄົນໜື່ງກະ​ທັງ​ເຖິງ​ປະຈຸ​ບັນ. ຈາກ​ຮີດ​ຄອງ​ປະ​ເພນີ ການ​ນັບຖື​ສີ່​ງສັກສິດ​ຕ່າງ​ໆ ທີ່​ໄດ້​ກ່າວ​ມາ​ເຂົາ​ເຈົ້າ​ເຊື່ອ​ວ່າ​ສີ່​ງສັກສິດ​ເຫຼົ່ານີ້​ມີ​ທັງ​ດີ​ແລະ​ຮ້າຍ​ເຊີ່​ງຈະ​ຢູ່ຮອບໆຕົວ​ຂອງ​ເຂົາ​ເຈົ້າ​ເອງ​ເພື່ອ​ຄອຍ​ດູ​ເລ, ປົກ​ປັກ​ຮັກສາ ຫຼື ປັດ​ເປົ່າ​ສີ່​ງຊົ່ວ​ຮ້ຍຕ່າງໆ​ໃຫ້​ເບົາບາງ​ລົງ​ໄດ້ ​ແລະ​ເຊັ່ນ​ດຽວກັບ​ການ​ໃຊ້​ຫຫຼືອຸປະກອນ​ພິທີ​ແກ່​ສີ່​ງສັກສິດ​ຢູ່​ດ້ານ​ຮ້າຍ​ຕ່າງ​ເກີດ​ໄປ​ໃນ​ທາງ​ທີ່​ດີ.


ເຄື່ອງນຸ່ງຫົ່ມ


ປະເພນີຂອງການຕາຍກໍ່ຕ້ອງໄດ້ປະຕິບັດໄປຕາມແຕ່ລະຂັ້ນຕອນຂອງເຮີດຄອງປະເພນີ, ຕາມໄວອາຍຸກະສຽນ, ຕາມກໍລະນີຂອງການຕາຍ (ຕາຍເຈັບເປັນຫຼືຕາຍຫຸງ) ແລະຕາມຖານະບົດບາດ ກໍ່ຄືສະພາບເສດຖະກິດຄອບຄົວຂອງຜູ້ຕາຍ. ສ່ວນຫຼາຍແລ້ວຊົນເຜົ່າກະຕູສົ່ງສະການດ້ວຍການຝັງສົບ. ດ້ານສິລະປະວັນນະຄະດີ, ຊົນເຜົ່າກະຕູມີກອນຂັບລຳ, ມີເນື້ອຮ້ອງທຳນອງເສບ, ມີນິທານຕ່າງໆທີ່ເປັນເອກະລັກຂອງຕົນເອງ. ສຳລັບເຄື່ອງດົນຕີ ຂອງເຂົາເຈົ້າມີຄ້ອງ,ແຄນ,ປີ່ ​ແລະ​ອື່ນໆ. ນອກຈາກ​ນີ້​ແລ້ວ​ຊົນ​ເຜົ່າ​ກະຕູ ຍັງ​ມີ​ເຄື່ອງນຸ່ງ​ຊົນ​ເຜົ່າ​ປະຈຳ​ຊົນ​ເຜົ່າ​ໂຕ​ເອງ ​ເຊີ່ງ​ແຕ່​ກ່ອນ​ມີ​ຜູ້​ຊາຍ​ມັກ​ນຸ່ງ​ກະຕຽວ, ​ແຕ່​ມາ​ຮອດ​ປະຈຸ​ບັນ​ນີ້​ມີ​ການ​ປ່ຽນ​ແປງ ​ໂດຍ​ຫັນ​ມາ​ນຸ່ງ​ເຄື່ອງ​ທີ່​ຊື້​ມາ​ຈາກ​ຕະຫຼາດ​ແທນ. ສຳຫຼັບແມ່ຍິງແມ່ນຮັກສາເຄື່ອງນຸ່ງ ​ແລະ ການ​ເອ້​ຢ້ອງທີ່​ເປັນ​ເອກະລັກ​ໃດ້ດີກ​ວ່າ​ຜູ້​ຊາຍ ຊື່​ງ ຈະ​ເຫັນ​ໃດ້​ໃນ​ເວລາ​ມີ​ພິທີກຳ​ ​ແລະ ງານ​ບຸນ​ຕ່າງ​ໆ.


ຄວາມເຊື່ອຖືແລະງານບຸນ



ຊົນ​ເຜົ່າ​ກະຕູ ມີ​ຮີດຄອງ​ປະ​ເພນີ,ຄວາມ​ເຊື່ອ​ຖື​, ວັດທະນາ​ທຳ​ແລະ​ສັງຄົມ​ຄ້າຍຄື​ກັນ​ກັບ​ບັນດາ​ເຜົ່າ ​ໃນໝວດພາສາ​ມອນ-ຂະ​ແມ, ​ໂດຍ​ສະ​ເພາະ​ແມ່ນ​ມີ​ຄວາມ​ເຊື່ອ​ໃນ​ເລື່ອງ​ຈິດ​ວິນ​ຍານ​ແລະ​ຜີ. ​ໃນ​ຊີວິດ​ປະຈຳ​ວັນ ​ແລະ​ສີ່​ງທີ່​ເຂົາ​ເຈົ້າ​ເຊື່ອ​ຖື​ກັນ​ນັ້ນ​ກໍ່​ມິ​ທັງ​ອັນ​ດີ ​ແລະ​ອັນ​ຮ້າຍ​ໄປ​ຄຽງຄູ່​ກັນ. ດ້ານ​ລະບົບ​ຄອບຄົວ ​ເລືອດ​ເນື້ອ​ເຊື້ອສາຍ ​ແລະ​ການ​ສືບ​ຕະກຸນ​ນັ້ນ ຊົນ​ເຜົ່າ​ກະຕູ​ສືບ​ເຊື້ອສາຍ ​ແລະການ​ສືບ​ທອດ​ຕະກຸນ​ນັ້ນ ຊົນ​ເຜົ່າກະຕູ ສືບ​ເຊື້ອ​ສາຍ​ຕະກຸນ​ທາງ​ພໍ່, ລູກ​ຊາຍ​ເທົ່າ​ນັ້ນ​ທີ່​ມີ​ສິດ ​ໃນ​ການ​ສືບ​ທອດ​ຕະກຸນທັງ​ສືບ​ທອດ​ມູນ​ມໍລະດົກ. ​ແຕ່​ລະ​ຕະກຸນ ຂອງ​ຊົນ​ເຜົ່າ​ກະຕູ​ຈະ​ມີ​ຊື່​ສະ​ເພາະ​ຂອງ​ຕົນ​ເອງ, ທຸກ​ຄົນ​ໃນ​ແຕ່​ລະ​ຕະກຸນ​ຕ້ອງ​ໄດ້​ເຊື່ອຟັງ, ປະຕິບັດ​ຕາມ​ຂໍ້​ຫ້າມ​ແລະ​ການ​ຄະ​ລໍາ​ຕ່າງໆຢ່າງ​ເຄັ່ງ​ຄັດ. ພ້ອມ​ກັນ​ນີ້​ກໍ​ຍັງ​ມີ​ການ​ເລົ່າ​ເຖິງ​ຂໍ້​ຫ້າມ ​ແລະ​ການ​ຄະລຳ​ດັ່ງ​ກ່າວ​ອີກ​ດ້ວຍ. ຄົນ​ໃນ​ຕະກຸນ​ດຽວກັນ​ມີໜ້າທີ່​ຮັບຜິດຊອບ​ໃນ​ການ​ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ ​ໃນ​ກິດຈະກຳ​ຕ່າງໆ ​ເປັນ​ຕົ້ນ​ແມ່ນ​ກິດຈະກຳ​ທາງ​ຮີດຄອງ​ປະ​ເພນີ ​ແລະ​ຄວາມ​ເຊື່ອ​ຖື. ຕາມ​ປະ​ເພນີ​ແລ້ວ​ຊົນ​ເຜົ່າ​ກະ​ຕູ​ມີ​ຂໍ້​ຫ້າມ​ໃນ​ການ​ແຕ່​ງດອງ​ແບບ​ໄຂ່​ວຍິງ-ຊາຍ ລະ​ຫວ່າງ​ສອງ​ຕະກູນ. ຄວາມໝາຍວ່າ: ກ ​ໄປ​ເອາ​ເມຍ​ໃນ​ຕະກູນ ຂ ​ແລ້ວ​ຜູ້​ຊາຍ​ໃນ​ຕະກູນ ຂ ຈະ​ບໍ່​ມີ​ສິດ ​ແລະອະ​ນຸຍາດ​ໃຫ້​ແຕ່ງດອງ​ກັບ​ແມ່ຍິງ​ໃນ​ຕະກູນ ກ ດັ່ງ​ນີ້​ເປັນ​ຕົ້ນ​. ສະ​ນັ້ນ​ເມື່ອ​ສອງ​ຕະກຸນ ມີ​ການ​ແຕ່ງດອງ​ກັນ​ແລ້ວ​ຊາຍ​ຍິງ ຕ້ອງ​ຫາ​ຄູ່​ຄອງ​ໃນ​ຕະກຸນ​ອື່ນ​ ອີກ​ຢ່າງໜື່ງ​ໃນ​ການ​ແຕ່ງດອງ​ມີ​ລັກສະນະ​ຊື້​ຕົວ​ແມ່ຍິງ​ຢ່າງ​ຂາດ​ຕົວ ​ໂດຍ​ມີຄ່າ​ສິນ​ສອດ ​ເຊີ່ງ​ປະກອບ​ດ້ວຍ​ວັດຖຸ​ງສີ່​ງຂອງ​ນັບ​ທັງ​ຄວາຍ​ຈຳນວນໜື່ງ​ໂຕ​ຂື້ນ​ໄປ​ຫາ​ສີ​ບ​ໂຕ ທີ່ພໍ່ແມ່ ຝ່າຍຊາຍມອບໃຫ້ແກ່ພໍ່ແມ່ຝ່າຍຍິງ ໂດຍອີງຕາມຖານະບົດບາດ ແລະສະພາບທາງ ດ້ານເສດຖະກິດຂອງຄອບຄົວທັງສອງຝ່າຍ.

​ແຕ່ລະ​ປີ​ຊົນ​ເຜົ່າ​ກະຕູ ຈະ​ມີ​ພິທີກຳ​ໃຫ່ຍ ​ແລະ​ນ້ອຍຫຼາຍຄັ້ງ ​ເພື່ອ​ຂໍ​ຄວາມ​ສັກສິດ, ຄວາມ​ຢູ່​ເຢັນ​ເປັນ​ສຸ​ກ​ໃນ​ການ​ດຳລົງ​ຊີວິດ ກໍ່ຄື​ການ​ຜະລິດ. ບຸນ​ປະ​ເພນີ​ທີ່​ສຳຄັນ​ແກ່​ການ​ເຮັດບຸນ​ຂວັນ​ເຂົ້າ, ພາສາ​ກະຕູ​ເອີ້ນວ່າ “ອາຢາ”,ບຸນກ່ອນຈະລົງມືປູກຝັງ (ຕະເນັ້ຍຣ), ບຸນກ່ອນຈະລົງມືີຮູດ ຫຼື ກ່ຽວເຂົ້າ (ຕະເຣັ້ຍ ຫຼື ຈາຣຶບ), ບຸນສາລາກວານ (ເບຣົາໂຣງ) ແລະ ພິທີກໍາອື່ນໆ. ການເຮັດບຸນ ແລະ ພິທີຕ່າງໆ ທີ່ໄດ້ກ່າວມານັ້ນມີທັງແບບຮີດຄອງປະເພນີ ແລະ ເຮັດລວມບ້ານ. ໃນເວລາເຮັດພິທີນັ້ນເຂົາເຈົ້າມັກຂ້າໄກ່, ໝູ ຫຼື ຂ້າຄວາຍເພື່ອຖວາຍແກ່ສິ່ງສັກສິດ ແລະ ເປັນອາຫານສຳລັບແຂກຄົນທີ່ມາມ່ວນ.


ພາສາປາກເວົ້າ


ພາ​ສາ​ປາກ​ເວົ້າ​ຂອງ​ຊົນ​ເຜົ່າ​ກະຕູ ຈັດ​ຢູ່​ໃນໝວດພາສາ ມອນ-ຂະ​ແມ. ​ເຂົາ​ເຈົ້າ​ບໍ່ມີ​ຕົວໜັງສື​ຂຽນ.

ຄັດຈາກປື້ມບັນດາຊົນເຜົາໃນ ສປປ ລາວ


ເປັນສ່ວນຫນຶ່ງຂອງຊຸມຊົນທີ່ຂະຫຍາຍຕົວທີ່ສະຫນັບສະຫນູນຊ່າງຫັດຖະກໍາລາວ. ເຂົ້າຮ່ວມຈົດ ໝາຍຂ່າວຂອງພວກເຮົາສໍາລັບການເຄື່ອນໄຫວແລະເລື່ອງລາວຕ່າງໆ.

ກ່ຽວກັບ

Her Works ໄດ້ເລີ່ມຈາກການເດີນທາງຂອງຜູ້ຍິງຄົນຫນຶ່ງທີ່ມີນາມວ່າ ຕຸ໊ກຕາ ເພິ່ນທີ່ໄດ້ເດີນທາງໄປຫາຄົນຊົນເຜົ່າຕ່າງໆຢູ່ທົ່ວປະເທດລາວ ໂດຍຫວັງວ່າຈະນຳເອົາງານຝີມືທີ່ປານີດຂອງກຸ່ມຊົນເຜົ່າທີ່ດ້ອຍໂອກາດມາເຜີຍແຜ່ສູ່ສາຍຕາຂອງຄົນທົ່ວໂລກ

ຂໍ້ມູນ

ກ່ຽວກັບພວກເຮົາ
ຮ້ານຄ້າ
ຂ່າວ
ເພື່ອນຮ່ວມງານ

ຊ່ວຍເຫຼືອ

ຂາຍຍົກ
ຂໍ້ມູນການຈັດສົ່ງ
ເງຶ່ອນໄຂການສົ່ງຄຶນ
ຖາມຕອບ
ເງື່ອນໄຂ
ນະໂຍບາຍສ່ວນຕົວ

ສະຫງວນລິຂະສິດ © 2024. Her Works