ອາຄາ

ໂດຍທົ່ວ ໄປຊົນ ເຜົາ ອາຄາ ແມ່ນມັກຕັ້ງ ຖິ່ນຖານພູມລຳເນົາຢູ່ບັນດາແຂວງ ພາກເຫນືອ ຂອງລາວເຊັ່ນ: ແຂວງຜົ້ງສາລີ, ຫວຼງນໍ້າທາ, ອຸດົມໄຊ ແລະ ບໍ່ແກ້ວ. ນອກຈາກນີ້ຍັງມີຢູ່ ສປຈີນ, ສສ ຫວຽດນາມ, ລາຊະອານາຈັກໄທ ແລະ ມຽນມາອິກ ດ້ວຍ. ຊົນ ເຜົາອາຄາ ຢູ່ໃນລາວມີປະຊາກອນທັງຫມົດ 90,698ຄົນ, ຍິງ 45,135ຄົນ ເຊິ່ງເທົ່າກັບ 1.6% ຂອງພົນລະເມືອງລາວ ຊົນເຜົາ ອາຄາ ທີແຈກຢາຍຢູ່ ແຕ່ລະບອນ ແຂວງຜົ້ງສາລີ: ມີຢູ່ທຸກເມືອງ ແຂວງອຸດົມໄຊ: ເມືອງນາຫໍ້ມ, ເມືອງຫຼາ, ເມືອງງາ ແຂວງຫຼວງນໍ້າທາ: ເມືອງສິງ, ເມືອງຫຼວງນໍ້າທາ, ເມືອງພູຄຳ, ເມຶອງລອງ ແຂວງບໍ່ແກ້ວ: ເມືອງຕົ້ນເຜິ້ງ, ເມືອງຫວ້ຍຊາຍ, ເມືອງເມິງ


ປະຫວັດ ຄວາມເປັນມາແລະຊື່ເອີ້ນ


ຊົນເຜົາອາຄາ ມີຖິ່ນຖານເດິມຢູ່ມນົທົນໄກວເຈົາ ແລະ ມົນທົນ ຢູນ ານປະເທດຈີນໃນປັດຈຸບັນ. ພາຍຫລັງທີ ໄດ້ອົບພະຍົບ ລົງມາຕອນ ໃຕ້ຂອງມົນທົນ ຢູນານແລ້ວ ກໍເຄື່ອນຍ້າຍໄປຢູ່ເຂດເມຶອງວາ ແລະ ຊຽງຕຸງ ຂອງມຽນມາ, ບໍລິເວນເມຶອງ ໄລເຈົາຂອງຫວຽດນາມ, ແລ້ວຈຶ່ງຄ່ອຍໆ ເຄື່ອນຍາຍມາຢູ່ຕາມພູເຂົາໃນພາກເຫນືອຂອງລາວເຮົາໄດ້ປະມານ200ກ່ວາປີມາແລ້ວ.

ສາເຫດທີ່ພາໃຫ້ພວກເຂົາຍົກ ຍ້າຍແມ່ນການຫຼົບຫຼີກ ສົງຄາມ, ການບີບບັງຄັບຕ່າງໆ ແລະ ການຊອກບ່ອນທຳການຜະລິດເລົ່ານີ້ ເປັນຕົ້ນ. ສະນັ້ນເມື່ອມາພົບບໍລິເວນທີ່ເຫມາະສົມແກ່ການຕັ້ງຖິ່ນຖານທີຢູ່ອາໄສປະກອບກັບການປັດສະຈາກສິ່ງລົບກວນ, ເຂົາເຈົ້າ ຈຶ່ງໄດ້ຢູ່ຫມັ້ນຄົງບ່ອນຢູ່ອາໄສຢູ່ບໍລິເວນດິນແດນຂອງພະມ້າ, ໄທ, ລາວ ແລະ ຫວຽດນາມ. ພ້ອມກັນນີ້ ເຂດດັ່ງກ່າວຍັງເປັນເຂດ ອຸດົມ ສົມບູນ ແລະມີອາກາດເຢືກເຢັນສະບາຍຕະຫຼອດປີ.

ຊົນເຜົ່ານີ້ມີຊື່ເອີ້ນຫລາຍຊື່ ເຂົາເຈົ້າເອີ້ນຕົນເອງວ່າ “ອາຄາ”, ສ່ວນຊົນເຜົາອື່ນເອີ້ນເຂົາເຈົາວ່າ “ອີກໍ” ແຕ່ຊື່ທີເຂົາເຈົ້າມັກ ແລະ ຊື່ທີນຳໃຊ້ໃນທາງການແມ່ນ “ຊົນເຜົາອາຄາ”. ຊົນເຜົາອາຄາປະກອບດ້ວຍຫຼາຍແຊງດ້ວຍກັນຄື: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນູກຸຍ, ລູມາ, ເອີປາ, ຈີເປຍ, ມູຈີ, ມູເຕີນ, ຢາເອິ, ເຄີ, ພູຊາງ ແລະ ກົງສາດ.


ອາຊີບຂອງຊົນເຜົ່າ ອາຄາ



ການດຳເນີນ ຊີວິດທາງດ້ານເສດຖະກິດຂອງຊົນເຜົ່າອາຄາ ໃນໄລຍະທີ່ຜ່ານມາແມ່ນຕິດພັນກັບທຳມະຊາດ, ອາຊີບສຳຄັນຕົນຕໍ່ ຂອງຊົນເຜົາອາຄາ ຄືການເຮັດໄຮ່ປູກເຂົ້າ, ປູກຝິ່ນ, ນອກຈາກນັ້ນ, ເຂົາເຈົ້າຍັງປູກພືດປະເພດທີ່ມີທາດແປງ ແລະ ພືດຜັກອື່ນໆ ເພື່ອ ຕອບສະຫນອງໃນຄວາມຕ້ອງການຂອງການບໍລິໂພກໃນຊີວິດປະຈຳວັນຂອງຄອບຄົວ. ສ່ວນທີ່ ເຫືລອຈະນຳໄປແບ່ງປັນໃຫ້ຍາດຕິພີ່ນ້ອງ ແລະ ນຳໄປຂາຍ ຫຼື ແລກປ່ຽນສິ່ງຂອງທີຈໍາເປັນເຊິ່ງບໍ່ສາມາດຜະລິດໄດ້ໃນບ້ານເຮືອນເຊັ່ນ: ເກືອ, ນໍ້າຕານ, ແປງນົ່ວ ແລະ ເຄື່ອງໃຊ້ສອຍຕ່າງໆ. ອາຫານໃນຊີວິດປະຈຳວັນນອກຈາກເຂົາເຈົ້າຜະລິດເອງແລ້ວ ຍັງ ໄດ້ຈາກການໄປຊອກຫາ ຕາມທາມະຊາດ. ສັດລ້ຽງທີ່ ເຂົານິຍົມລ້ຽງໄດ້ແກ່: ງົ່ວ, ຄວາຍ, ຫູມ ແລະ ໄກ່. ແຕ່ເປົ່າຫມາຍຂອງການລ້ຽງເພື່ອໄວ້ໃຊ້ແຮງງານ, ເຂົາເຈົ້າ ບໍ່ນິຍົມຂ້າສັດເຫົລານີ້ກິນເປັນອາຫານປະຈາວັນ, ເຂົາເຈົ້າຈະຂ້າກໍຕໍ່ເມືອມີງານບຸນປະເພນີ, ເຮັດຮີດຄອງ ຫຼື ແຂກຄົນແລະ ຍາດຕິພີ່ນ້ອງທາງໄກມາຢ້ຽມຢາມເທົ່ານັ້ນ.


ທີ່ຕັ້ງບ້ານແລະເຮືອນ



ລັກສະນະບ້ານເຮືອນຂອງຊົນເຜົາອາຄາ ໂດຍທົ່ວ ໄປແລ້ວ ເຂົ້າເຈົ້າມັກຕັ້ງບ້ານຢູ່ຕາມສັນພູເຂົາ, ຮັບ ແສງແດດ, ສາຍລົມຢ່າງເຕັມທີ່ແຕ້ຕ້ອງມີແຫຼ່ງນໍ້າ ທີ່ ເພິງພາໄດ້ ແລະ ມີເນື້ອທີການຜະລິດຢູ່ອ້ອມຮອບ. ກ່ອນຈະຕັ້ງບ້ານເຂົາເຈົ້າຈະເຮັດພິທີກໍາ, ມີການສ່ຽງທວາຍເພື່ອໃຫ້ແນ່ໃຈວ່າບ່ອນທີ່ ເລືອກນັ້ນ ເຈົ້າຖິ່ນເຈົ້າຖານເຕັມໃຈ ແລະ ອານຸຍາດໃຫ້ປຸກສາງໄດ້. ສຳລັບ ເຮືອນເຂົາເຈົ້າມັກຢູ່ເຮືອນຮ້ານ, ກ້ອງລ່າງເອົາໄວ້ເພື່ອສັດລ້ຽງ, ເປັນບ່ອນສຳລັບໄວ້ພື້ນ ແລະ ເຄື່ອງມືເຄື່ອງໃຊ້ໃນ ການຜະລິດ.



ເຮືອນຂອງເຂົາເຈົ້າມີບັນຍາກາດທີ່ ເຄັ່ງຂຶມຢ່າງປະຫຼາດ, ຍ້ອນວ່າທຸກ ເຮືອນຈະຕ້ອງມີຮ້ານບູຊາທິ້ ເປັນບ່ອນສະຖິດຂອງວິນຍານບັນພະບູລຸດ. ພາຍໃນເຮືອນແບ່ງເປັນສອງເຂດຄຶ: ເຂດແມ່ຍິງ ແລະ ຜູ້ຊາຍໂດຍມີຝາກັນຈາກຝາດ້ານຫ້ອງນອນໄປ ເຖິງຝາເຄິ່ງກາງເຮືອນ. ການທີຄົນພາຍນອກຈະຍ່າງຜ່ານເຮືອນແຕ່ປະຕູຫຶ່ນງ ອອກອີກປະຕູຫຶ່ນງ ໂດຍບ ພັດເຊົາເລັກນ້ອຍນັ້ນ ຈະເຮັດໃຫ້ເຂົາເຈົ້າ ເກີດ ຄວາມບໍ່ ພໍໃຈ. ສະນັ້ນເພື່ອຮັກສາມາລະຍາດ ແລະ ໄດ້ສ້າງຄວາມພໍໃຈໃຫ້ແກ່ເຂົາເຈົ້ານັ້ນຢ່າງຫນ້ອຍຕ້ອງແວ່ເຮືອນເພື່ອ ຖາມຂ່າວຄາວຫຼືດື່ມນໍ້າ ແລະອາຫານທີ ເຂົາເຈົ້າ ຫາມາຕ້ອນຮັບ.


ເຄື່ອງນຸ່ງຫົ່ມ


ການນຸ່ງ ຖືຂອງຊົນເຜົາ ອາຄາ ສໍາລັບຜູ້ຍິງແມ່ນ ນຸ່ງ ເສຶ້ອ ສີດໍາ, ເສື້ອຈະເປັນລັກສະນະທາງຫຼັງ ສັ້ນທາງຫນ້າ ຍາວບໍ່ ມີກະດຸມເສື້ອ, ສິ້ນ ກໍ່ເປັນ ສີດໍາ, ມີຜ້າ ມັດຢູ່ຂາທັງສອງເບື້ອງ ແລະ ຢູ່ເທິງຫົວກໍມີເຄື່ອງປະດັບເອ້ຍ້ອງຫຼາຍຢ່າງທີ ເຮັດ ດ້ວຍເງິນ, ມີຫຼາກຫຼາຍສີສັນປະປົນກັນ, ຊຸດທີ ເຂົາເຈົ້ານຸ່ງ ນັ້ນ ຈະປະກອບດ້ວຍເຄື່ອງປະດັບ ຫຼາຍຢ່າງເຊັ່ນ: ປອກແຂນ, ສາຍຄໍ, ຕ່າງຫູ ແລະ ອື່ນໆທີ ເຂົາເຈົ້າ ເອົາມາປະດັບໃສ.


ອາຫານແລະເຄື່ອງດື່ມ


ອາຫານຂອງຊົນເຜົາ ອາຄາ ແມ່ນກິນອາຫານປະເພດຂົ່ວຜັກ, ຂົ່ວ ໄຂ່ໃສ່ຫມາກຊູ, ແຈ່ວປາ, ແກຜັກກາດ, ລວກຜັກປະເພດແນວນີ້ເປັນຕົ້ນ ຊົນເຜົາອາຄາ ມັກນິຍົມກິນເຂົາຈ້າວ, ດື່ມນໍ້າດິບ, ເຫຼົ້າແລະ ອື່ນໆ.


ຄວາມເຊື່ອຖືແລະງານບຸນ


ເຖິງຈະບໍ່ ໄດ້ມີ ການບັນທຶກເປັນລາຍລັກອັກສອນຕາມຕໍານານຂອງຊົນເຜົາອາຄາ ກໍມີຮີດຄອງປະເພນີ, ວັດທະນະທໍາ, ວິຖີການດໍາລົງຊີວິດທີຫຼວງຫຼາຍ ແລະ ອຸດົມສົມບູນເຊິ່ງຖືວ່າ ເປັນເອກະລັກຂອງຕົນ, ເປັນບົດສະຫລຸບຂອງຄວາມຄິດ, ປະສົບການຂອງການດໍາລົງຊີວິດທີ ໃຫ້ຄວາມສໍາຄັນຂອງຊົນເຜົາຕົນ ໂດຍສືບທອດມາແຕ່ປູ່ຍ່າ ຕາຍາຍຈົນຮອດທຸກວັນນີ້. ຊົນເຜົາອາຄາໄດ້ມີຄວາມເຊື່ອໃນເລື່ອງຜີ ແລະ ຍາກທີ ສຸດ ຈະໄປເຊືອ ຖືສາສະຫນາອື່ນ. ຜີທີເຂົາເຈົ້າເຊື່ອຖືມີທັງຜີດີ ແລະ ຜີຮ້າຍ ແລະ ເປັນສີລິມຸງ ຄຸນໄດ້ແກ່ຜີເຮືອນ ແລະ ຜິບ້ານເຊຶ່ງໄດ້ຖືວ່າ ເປັນວິນຍານຂອງບັນພະບູລຸດ, ກໍ່ຄອຍໃຫ້ຄວາມດູ ແລຮັກສາປົກປ້ອງຄຸມຄອງສະມາຊິກໃນຄົວເຮືອນ, ສະນັ້ນໃນເຮືອນຈະມີຮ້ານແທນບູຊາຜີ. ສວນຜີຮ້າຍໄດ້ແກ່ຜີຕົ້ນໄມ້, ຜີພູຜາປ່າ ດົງແລະ ຜີແມ່ນໍ້າ ລໍາເຊເຫຼົ່ານີ້ເຊິງອາດຈະເຮັດໃຫ້ເຂົາເຈົ້າ ເກີດມີຄວາມເຈັບໄຂ້ໄດ້ປ່ວຍຕ່າງໆ.

ຈາກຄວາມເຊື່ອຖືທີໄດ້ກ່າວມານີ້, ເຂົາເຈົ້າກໍຈະມີພິທີກໍາຫຼາຍຢ່າງໃນລັກສະນະຂອງການວິງວອນ, ໄດ້ຮ້ອງຂໍຈາກສິ່ງສັກສິດ ທີຢູ່ໃນດ້ານດີ ແລະ ດ້ານຮ້າຍເພື່ອຈະໃຫ້ຄວາມຄຸ້ມຄອງ, ຮັກສາ ຫຼື ປັດເປົາສິ່ງຊົ່ວຮ້າຍຕ່າງໆໃຫ້ບັນ ເທົາເບົາລົງໄດ້. ຄຽງຄູ່ກັນນີ້ຊົນເຜົາອາຄາ ຍັງມີການເອົາໃຈໃສ່ຕໍ່ ສິ່ງສັກສິດທັງ ຫຼາຍໂດຍການ “ຢູ່ກໍາ ຫຼື ຄະລໍາ” ເຊິ່ງໄດ້ແກ່ການ ປະຕິບັດຕົນໃຫ້ຢູ່ໃນຂອບເຂດຂອງຮີດ ຄອງປະເພນີ, ບໍ່ກະທໍາ ຫຼື ລ່ວງລະເມີດ ຫຼື ລົບລູ່ສິ່ງສັກສິດຕ່າງໆທີ່ມີຢູ່ ໃນບ້ານເຮືອນ. ພ້ອມນີ້ມີການຢຸດພັກ ວຽກງານຕ່າງໆໃນມື້ທີຢູ່ລວມທັງວຽກງານການຜະລິດໃນໄຮ່ນາທີມີຄວາມສາຄັນຕໍ່ການດໍາລົງຊີວິດປະຈໍາວັນຂອງເຂົາເຈົ້າ.


ງານບຸນ


ເລາະຄໍຕູ (ແປງປະຕູໂຂງບ້ານ) ຈັດຂື້ນໃນເດືອນສີ່ ການບູຊາມີຖາກໄມເຮັດເຄື່ອງອາວຸດ ປືນ, ພ້າ , ມີດ ແລະ ຖາກໄມ້ ເຮັດຮູບ ແມ່ຍິງຜູ້ຊາຍຮ່ວມເພດນໍາກັນປະດັບປະດາຕົບແຕ່ງ ປະຕູໂຂງບ້ານ. ຫຼັງຈາກເຮັດພິທີແລ້ວ ໄດ້ໄປສະຫຼອງຢູ່ເຮືອນເຈົ້າ ບ້ານມີໄກ່ຜູ້ ແລະ ໄກ່ແມ່ຄູ່ ຫນຶ່ງເຫຼົ້າ ແລະ ນໍ້າຊາ.


ເຄື່ອງດົນຕີແລະສິນລະປະພື້ນເມືອງ


ສໍາລັບເຄື່ອງດົນຕີກໍມີປະເພດ: ກອງ, ແຄນ, ຄ້ອງ, ແສ່ງ ແລະ ອື່ນໆທີ ໃຊ້ປະກອບເຂົາເປັນເຄື່ອງດົນ ຕີທີເອົາມາເສບ ມາງັນໃນເວລາທີ ມີງານບຸນ, ງານດອງ, ງານເຮັດພິທີກໍາຕ່າງໆ ແລະ ຈະມີຜູ້ເຖົ້າ ຜູ້ແກ່ຢູ່ບ້ານມາຮ້ອງເພງ, ມາຂັບລໍາຕາມ ຮີດຄອງຂອງພວກເຂົາ.


ພາສາປາກເວົ້າ


ພາສາຂອງຊົນເຜົາອາຄາ ຈັດຢູ່ໃນຫມວດ ພາສາຈີນ-ຕິເບດ, ສາຂາ ຕີເບດ-ມຽນມາ, ເຂົາເຈົ້າບໍ່ມີຕົວຫັນງສືຂຽນ.


ການສົມທຽບພາສາລາວ ກັບ ພາສາອາຄາ


ລຳດັບ ພາສາລາວ ພາສາມົ້ງ
1 ສະບາຍດີ ອາລາຈໍຈາ ລົງຂັນບໍ
2 ໂຊກດີ ອານາມີມ້າ ລົງເຮນໂອ
3 ຂອບໃຈ ຢໍມຶ
4 ຂໍໂທດ ມາຊານາທານະຫາ
5 ເຈົ້າຊື່ຫຍັງ? ນໍຊໍຫນຽວອາເຈ໋ຂຸ?
6 ເຮັດຫຍັງຢູ່? ອາເຈ໋ອຸ່ງເຫຼ໋?
7 ກິນເຂົ້າແລ້ວບໍ? ຫໍຈ້າແດ້ມະຫຼ້າ?
8 ລາກ່ອນ ງຳອາເທິອວຍມະເດ?
9 ພົບກັນໃໝ່ ອາຂະຢໍປູ້ລໍ້ທອງເຊີ
10 ບໍ່ເປັນຫຍັງ ທິແຈມາເງິ

ຂໍ້ມູນໂດຍ: ປື້ມບັນດາຊົນເຜົ່າໃນ ສປປລາວ



ເປັນສ່ວນຫນຶ່ງຂອງຊຸມຊົນທີ່ຂະຫຍາຍຕົວທີ່ສະຫນັບສະຫນູນຊ່າງຫັດຖະກໍາລາວ. ເຂົ້າຮ່ວມຈົດ ໝາຍຂ່າວຂອງພວກເຮົາສໍາລັບການເຄື່ອນໄຫວແລະເລື່ອງລາວຕ່າງໆ.

ກ່ຽວກັບ

Her Works ໄດ້ເລີ່ມຈາກການເດີນທາງຂອງຜູ້ຍິງຄົນຫນຶ່ງທີ່ມີນາມວ່າ ຕຸ໊ກຕາ ເພິ່ນທີ່ໄດ້ເດີນທາງໄປຫາຄົນຊົນເຜົ່າຕ່າງໆຢູ່ທົ່ວປະເທດລາວ ໂດຍຫວັງວ່າຈະນຳເອົາງານຝີມືທີ່ປານີດຂອງກຸ່ມຊົນເຜົ່າທີ່ດ້ອຍໂອກາດມາເຜີຍແຜ່ສູ່ສາຍຕາຂອງຄົນທົ່ວໂລກ

ຂໍ້ມູນ

ກ່ຽວກັບພວກເຮົາ
ຮ້ານຄ້າ
ຂ່າວ
ເພື່ອນຮ່ວມງານ

ຊ່ວຍເຫຼືອ

ຂາຍຍົກ
ຂໍ້ມູນການຈັດສົ່ງ
ເງຶ່ອນໄຂການສົ່ງຄຶນ
ຖາມຕອບ
ເງື່ອນໄຂ
ນະໂຍບາຍສ່ວນຕົວ

ສະຫງວນລິຂະສິດ © 2024. Her Works