ລາວລຸ່ມ

ປັດຈຸບັນຊົນເຜົ່າລາວ ອາໄສແລະດຳລົງຊີວີດຢູ່ທົ່ວທຸກແຂວງຂອງປະເທດລາວເຮົາ ນອກຈາກຢູ່ ສປປ ລາວຍັງມີຢູ່ຫວຽດນາມ ລາຊະອານາຈັກໄທ ແລະ ລາຊາອານາຈັກກຳປູເຈຍ ຊົນເຜົ່າລາວເປັນຊົນເຜົ່າທີ່ມີພົນລະເມືອງຫຼາຍກວ່າຊົນເຜົ່າອື່ນໆ ຕາມການສໍາຫຼວດຊົນເຜົ່າທົ່ວປະເທດຄັ້ງທີ່ III ມີຈຳນວນ 3,067,005 ຄົນ, ຍິງ 1,738,736 ຄົນ ເທົ່າກັບ 54,6 ຂອງຈຳນວນພົນລະເມືອງທົ່ວປະເທດ


ປະຫວັດ ຄວາມເປັນມາແລະຊື່ເອີ້ນ


ຊົນເຜົ່າລາວເປັນຊົນເຜົ່າໜຶ່ງທີ່ເກົ່າແກ່ບູຮານແລະຕັ້ງຖິ່ນຖານຢູ່ດິນດອນຕອນນີ້ໄດ້ຫຼາຍຮ້ອຍປີແລ້ວ,ສ່ວນຫຼາຍແມ່ນມີທ່າອ່ຽງວ່າຖິ່ນຖານເດີມຂອງຊົນເຜົ່າລາວຢູ່ບໍລິເວນແມ່ນ້ຳຂອງຕອນເໜືອທີ່ ຮາບ, ລຸ່ມແມ່ນ້ຳ ຢັງຊີກຽງ ພາກໃຕ້ຂອງປະເທດຈີນ. ໄດ້ເຄື່ອນຍ້າຍ ແລະ ອົບພະຍົບລົງມາທາງໃຕ້ຂອງຈີນແລ້ວເຂົ້າສູ່ແຫຼມອິນດູຈີນ. ພາຍຫຼັງການແຜ່ອໍານາດຂອງພວກມົງໂກນ ພ້ອມກັບການເຊື່ອມເສຍບົດບາດຂອງບັນດາຊົນເຜົ່າຢູ່ໃນໝວດພາສາ ມອນ-ຂະແມ ທີ່ໄດ້ອາໄສຢູ່ ຖິ່ນຖານນີ້ກ່ອນ. ຊົນເຜົ່ານີ້ເອີ້ນຕົນເອງວ່າ “ລາວ” ຊົນເຜົ່າອື່ນເອີ້ນໃຫ້ເຂົາເຈົ້າກໍແມ່ນ ລາວ ແລະຊື່ທີ່ເຂົາເຈົ້າມັກທີ່ສຸດກໍແມ່ນ “ລາວ”. ສ່ວນຄຳວ່າ “ລາວ” ມີຄວາມໝາຍວ່າແນວໃດ, ມີກົກເຄົ້າມາແຕ່ໃສ ແລະ ເປັນຫຍັງຈິ່ງເອີ້ນວ່າ “ລາວ”, ນັກສຶກສາ ແລະ ນັກປະຫວັດສາດໄດ້ສັນນິຖານໄປຫຼາຍໆຢ່າງແຕກຕ່າງກັນເຊັ່ນຄຳວ່າ “ລາວ” ມາຈາກ ເຫຼະ, ລົວະ, ລາວະ, ລ້ຽວ, ດາວ ແລະ ອື່ນໆ ເປັນຕົ້ນ.


ອາຊີບຂອງຊົນເຜົ່າ ລາວລຸ່ມ



ການດຳເນີນວິຖີຊີວິດທາງດ້ານເສດຖະກິດຂອງຊົນເຜົ່າລາວ ເຂົາເຈົ້າມີອາຊີບແບບປະສົມປະສານ ແຕ່ຕົ້ນຕໍແມ່ນການເຮັດນາ, ປູກເຂົ້າໜຽວ, ເຂົ້າຈ້າວ, ເຮັດສວນຄົວປູກພືດຜັກ ແລະ ລ້ຽງສັດ ຕາມລະດູການຜະລິດ ໃນວົງຈອນຊີວິດຮອບປີໜຶ່ງໆ ໂດຍອີງໃສ່ປະຕິທິນລາວ ຊຶ່ງແຕກຕ່າງຈາກປະຕີທິນສາກົນ ພ້ອມກັນນີ້, ກໍຍັງເຮັດການຄ້າຂາຍນ້ອຍ ເພື່ອເສີມລາຍໄດ້ແກ່ຄອບຄົວ, ກ່ອນທີ່ຈະໄປທໍາການຜະລິດປູກພືດພັນທັນຍາຫານ, ໄປຊອກຢູ່ຫາກິນ ແລະ ອື່ນໆ ໃນຊີວິດຂອງເຂົາເຈົ້າຈະມີການໄລ່ມື້ໄລ່ຍາມຢ່າງຄັກແນ່ເຊັ່ນ ມື້ໃດເປັນມື້ງາມຢາມດີ ແລະ ມື້ບໍ່ດີກໍ່ຄື ມື້ວັນສິນດັບ, ມື້ຮວງ, ມື້ຮວາຍ, ເດືອນດັບ, ເດືອນເພັງເຫຼົ່ານີ້ເປັນຕົ້ນ


ທີ່ຕັ້ງບ້ານແລະເຮືອນ


ຄຸນລັກສະນະເຮືອນຂອງຊົນເຜົ່າ ລາວ ຕາມປະເພນີແລ້ວ ເຂົາເຈົ້າມັກປຸກສ້າງເຮືອນຮ້ານ ກ່ອນຈະປຸກເຮືອນ ຫຼື ຕັ້ງເຮືອນ ແຕ່ລະຄັ້ງຈະຕ້ອງເຮັດພິທີກໍາຍ້າຍດິນ, ຍ້າຍດອນ (ຄວາມໝາຍກໍຄື ຍ້າຍເຈົ້າຖິ່ນເຈົ້າຖານເສຍກ່ອນແລ້ວຈິ່ງຂຸດຂຸມບ່ອນຝັງເສົາ). ໂດຍຈະ ເລີ່ມຈາກເສົາຂວັນ, ຊິ່ງສ່ວນຫຼາຍແລ້ວມັກຈະເອົາເຄື່ອງສິນ, ຂັນທີ່ ສານດ້ວຍໄມ້ປ່ອງ, ຕົ້ນກ້ວຍ, ຕົ້ນອ້ອຍມັດໃສ່ພ້ອມທັງຕິດຄາຖາ ຫຼື ຍັນໃສ່ແລ້ວຈິ່ງເອົາເສົາອຶ່ນໆລົງຕາມກັນ. ຊັນເຜົ່າ ລາວ ມັກຈະປຸກ ເຮືອນແຕ່ 3 ຫ້ອງຂຶ້ນໄປ, ການຈັດແບ່ງຫ້ອງພາຍໃນເຮືອນແມ່ນອີງຕາມຈໍານວນສະມາຊິກໃນຄອບຄົວ ຊຶ່ງອາດຈະແບ່ງເຮືອນອອກ ເປັນ ສອງສ່ວນຄື: ສ່ວນໜຶ່ງແມ່ນເອົາໄວ້ສໍາລັບນອນຮັບແຂກ ແລະ ອີກ ສ່ວນໜຶ່ງເປັນສະຖານທີ່ແຕ່ງຢູ່ຄົວກິນ.ສໍາລັບລັກສະນະຂອງເຮືອນ ຈະປິ່ນໜ້າໃສ່ທິດເໜືອ ແລະ ປິ່ນຫຼັງໃສ່ທິດໃຕ້, ຂັ້ນໄດຂຶ້ນເຮືອນເຂົາເຈົ້າຈະມັກເຮັດຢູ່ທາງໜ້າເອີ້ນວ່າຂັນໄດເຊຍ ແະ ທາງດ້ານຫຼັງເອີ້ນ ວ່າ ຂັ້ນໄດຊານ, ຈະປະກອບດ້ວຍຈັກຂັ້ນກໍຕາມ, ແຕ່ຕ້ອງເປັນຂັ້ນໄດຄີກ ເຊັ່ນ: 3, 5, 7, 9 ເຫຼົ່ານີ້ເປັນຕົ້ນ. ກ້ອງຕະລ່າງເຮືອນຈະເປັນສະຖານທີ່ເກັບມ້ຽນອຸປະກອນການຜະລິດໆ ແລະ ໃນເມື່ອກ່ອນບໍ່ທັນມີໂຮງສີເຂົ້າເຂົາເຈົ້າມັກຈະເຮັດຄົກມອງຕໍາເຂົ້າຢູ່ໃກ້ກັບຂັນໄດເບື້ອງ ທາງໜ້າ.


ເຄື່ອງນຸ່ງຫົ່ມ


ສໍາລັບເຄື່ອງນຸ່ງຫົ່ມ ແລະ ການແຕ່ງກາຍຕາມປະເພນີຂອງຊົນເຜົ່າ ລາວ ແລ້ວແມ່ນມີເອກະລັກສະເພາະເພດຍິງ ແລະ ເພດຊາຍບໍ່ຄືກັນ. ເພດຊາຍຕັດຜົມສັ້ນ, ນຸ່ງເສື້ອຄໍມົນແຂນບັ້ງມັດແໜ່ງຢູ່ໜ້າເອິກ, ໂສ້ງ ຫົວຮູດ ຫຼື ຜ້າສະໂຫຼ່ງ, ແມ່ຍິງຈົ່ງຜົມຍາວແລ້ວເກົ້າຜົມຄຽນດ້ວຍສ້ອຍ ເງິນ, ຄໍາ ຫຼື ໝາກປັດ, ເອົາປິ່ນເກົ້າປັກຄັດໃຫ້ແໜ້ນ, ເຄື່ອງປະດັບໃສ່ຕຸ້ມຫູ, ສ້ອຍຄໍ, ນຸ່ງເສື້ອຄໍມົນແຂນບັ້ງ, ແພບ່ຽງ ແລະ ນຸ່ງສິ້ນ. ເຄື່ອງນຸ່ງ ຈາກຜ້າແພທີ່ເຂົາເຈົ້າຜະລິດເອົາເອງເປັນຕົ້ນກໍແມ່ນຜ້າດໍານິນ, ຜ້າໄໝມ້ອນ ແລະ ອຶ່ນໆ. ປັດຈຸບັນຍັງເປັນການປະຍຸກ ແລະ ຕົບແຕ່ງໃນຍຸກ ຂອງແຟຊັນ ແລະ ມີການອອກແບຕ່າງໆ.


ອາຫານແລະເຄື່ອງດື່ມ


ສໍາລັບຊົນເຜົ່າ ລາວ ແຕ່ສະໄໝບູຮານນະການແມ່ນຍັງມີຄວາມນິຍົມກິນເຂົ້າໜຽວເປັນສ່ວນຫຼາຍ ແລະ ກິນອາຫານປະເພດ: ລາບ ສຸກ, ລາບດິບ, ປິ້ງ, ຈີ່, ເອາະ, ໝົກ, ໜຶ້ງ ແລະ ອື່ນໆສິ່ງທີ່ຂາດບໍ່ໄດ້ໃນພາເຂົ້າທຸກຄັ້ງຕ້ອງໄດ້ມີແຈ່ວ ແລະ ມີການດື່ມນ້ຳຕົ້ມ, ດື່ມນ້ຳດິບ (ທີ່ຂຸດເປັນນ້ຳສາງໄວ້), ເຫຼົ້າຂາວ, ເຫຼົ້າສະໂທ, ສູບຢາເສັ້ນ, ຄ້ຽວ ໝາກ ແລະ ອື່ນໆ. ໃນປັດຈຸບັນໄດ້ມີການພັດທະນາທາງດ້ານອາຫານການ ກິນໄປຕາມຍຸກໃໝ່ແຕ່ຍັງຮັກສາສິ່ງທີ່ເປັນເອກະລັກສະເພາະໄວ້.


ຄວາມເຊື່ອຖືແລະງານບຸນ


ຊົນເຜົ່າ ລາວ ເປັນຊົນເຜົ່າທີ່ ມີຮີດຄອງປະເພນີ ແລະ ວັດທະນະທໍາ ທີ່ຫຼວງຫຼາຍ ແລະ ອຸດົມສົມບູນ. ຊົນເຜົ່ານີ້ຖືພຸດທະສາສະໜາໂດຍ ມີວັດວາອາຮາມເປັນສູນກາງ, ເປັນ ທີ່ເພິ່ງອັນສໍາຄັນເປັນບ່ອນເຕົ້າໂຮມ ຄວາມສາມັກຄີຂອງຊຸມຊົນ, ບ່ອນ ເຕົ້າໂຮມດ້ານຮີດຄອງປະເພນີ ແລະ ຫຼັກທໍາຄໍາສອນທາງສາສະໜາ. ຍັງ ໄດ້ມີຄວາມເຊື່ອຖືຜີເຊັ່ນ: ຜີພໍ່ແມ່, ຜີ ເຮືອນ, ຜີບ້ານ, ຜີເມືອງ, ຜີແມ່ນ້ຳ, ຜີປ່າຊ້າ ແລະ ອຶ່ນໆ.

ຊົນເຜົ່າ ລາວ ມີຮີດສິບສອງຄອງສິບສີ່ຮີດຍີ່ຄອງຈຽງ, ຮີດ ຜົວຄອງເມຍ, ເຂົາເຈົ້າມີຄວາມເຊື່ອໃນພຸດທະສາສະໜາທີ່ວ່າ: “ຖ້າທໍາດີຈະໄດ້ດີ” “ຖ້າທໍາຊົ່ວຈະໄດ້ຊົ່ວ” ແລະ ການເຮັດບຸນສິນກິນທານໃນ ຊາດນີ້ເພື່ອຈະໄດ້ເປັນການສະສົມເກີດດອກອອກຜົນ ແລະ ສະໜອງ ຕອບໃນຊາດໜ້າ (ຖ້າຊາດນີ້ຍັງບໍ່ໄດ້ຜົນຕອບແທນ). ສະນັ້ນ, ໃນປີ ໜຶ່ງໆເຂົາເຈົ້າຈະມີບຸນຕາມປະເພນີທີ່ສໍາຄັນໃນຄວາມໝາຍຂອງຮີດ 12 ແມ່ນອີງໃສ່ປະຕິທິນລາວກໍຄື: ເດືອນຈຽງ (ລ້ຽງຜີຟ້າ ຜີແຖນ), ເດືອນຍີ່ (ເຮັດບຸນເຂົ້າຄູນລານ), ເດືອນສາມເພັງ (ບຸນເຂົ້າຈີ່-ບຸນມາຄະບູຊາ, ບຸນວັດພູ, ບຸນທາດອີງຮັງ, ບຸນພະທາດສີໂຄດ), ເດືອນສີ່ (ບຸນພະເຫວດ, ບຸນມະຫາຊາດ), ເດືອນຫ້າ (ບຸນປີໃໝ່ລາວ, ຫົດນ້ຳ ຜູ້ຫຼັກຜູ້ໃຫຍ່), ເດືອນຫົກ (ບຸນວິສາຂະບູຊາ ແລະ ບຸນບັ້ງໄຟ),ເດືອນເຈັດ (ບຸນເບີກຊໍາລະບ້ານມາລ້ຽງປູ່ຕາເພື່ອກະກຽມເຂົ້າສູ່ການ ຜະລິດ), ເດືອນແປດ (ບຸນເຂົ້າພັນສາແມ່ນເຂົ້າກໍາຂອງພະສົງສໍາມະເນນເປັນເວລາ 3 ເດືອນ), ເດືອນເກົ້າ (ບຸນເຂົ້າປະດັບດິນຊຶ່ງແມ່ນ ມີຄວາມເຊື່ອມາແຕ່ບູຮານນະການເປັນການຖວາຍໃຫ້ບັນດາຜູ້ທີ່ລ່ວງລັບໄປນັ້ນໃຫ້ມາຮັບເອົາ), ເດືອນສິບ (ບຸນເຂົ້າສະຫຼາກກໍແມ່ນການ ກຽມເກັບຜົນຜະລິດ ຫຼື ຄວາມໝາຍໜຶ່ງແມ່ນການເສັ້ນເຂົ້າກ່ອນການ ເກັບກ່ຽວ), ເດືອນສິບເອັດ (ບຸນອອກພັນສາແມ່ນການອອກກໍາຂອງ ພະສົງສໍາມະເນນທີ່ໄດ້ປະຕິບັດມາເປັນໄລຍະ 3 ເດືອນ) ແລະ ເດືອນ ສິບສອງ (ບຸນກະຖິນ ແລະ ບຸນມະມັດສະການພະທາດຫຼວງຊຶ່ງເປັນ ບຸນທີ່ປະຊາຊົນລາວເຮົາໄດ້ເຄົາລົບບູຊາ ແລະ ໄດ້ສະຖິດໄວ້ໃນປະຫວັດສາດຂອງຊາດລາວເຮົາ.

ຊົນເຜົ່ານີ້, ນັບຖືພຸດທະສາສະໜາ ໂດຍມີການປະຕິບັດ ສືບ ຕໍ່ກັນມາແຕ່ຍຸກສະໄໝດຶກດໍາບັນເຊັ່ນ: ພິທີບາສີສູ່ຂວັນໃນວັນສໍາຄັນ ຕ່າງໆຄື: ແຕ່ງດອງ, ຂຶ້ນເຮືອນໃໝ່, ແຂກຄົນທີ່ມາຢ້ຽມຢາມ, (ປະເພນີຄົບງັນຈະມີງັນເຮືອນດີ, ງັນກໍາ, ງັນດອງ). ປະເພນີເຮັດບຸນມີບຸນ ກອງບວດ, ກອງຫົດ, ກອງອະຖະ, ກອງບຸນເຖິງເຈົ້າກໍານາຍເວນ, ເຈົ້າຖິ່ນ, ເຈົ້າຖານ ແລະ ອຶ່ນໆ, ປະເພນີໃນການສົມມາເຊັ່ນ: ວັນສິນ, ວັນພະຕາມຄວາມນັບຖື ແລະ ເຄີຍປະຕິບັດມາແມ່ນມີຂັນຫ້າ, ໝາກເບັງ ຂຶ້ນຮ້ານບູຊາເຮືອນຊານ, ຫໍພະພູມພ້ອມທັງມີຄວາມໝາຍເຖີງການຈູດທູບເຊັ່ນ: ຈະມີຄໍາເວົ້າສືບຕໍ່ກັນມາຄີກຢູ່ຄູ່ໜີ, ໃນຄວາມໝາຍທາງຫຼັກ ທໍາຈູດທູບ 3 ດອກ ແມ່ນໝາຍເຖິງ: ພະພຸດ, ພະທໍາ ແລະ ພະສົງ.


ເຄື່ອງດົນຕີແລະສິນລະປະພື້ນເມືອງ


ເອກະລັກດ້ານວັນນະຄະດີ ແລະ ສິລະປະນັ້ນຊົນເຜົ່າ ລາວ ໃນແຕ່ລະທ້ອງຖິ່ນຈະມີກອນຂັບລໍາ, ມີຄໍາສຸພາສິດ, ຄໍາພະຫຍາ, ຄໍາ ໂຕ່ງໂຕຍ ແລະ ອຶ່ນໆທີ່ແຕກຕ່າງກັນຕາມສຽງສໍານຽງ, ມີແຄນເປັນ ເອກະລັກທາງດ້ານເຄື່ອງດົນຕີ ເພື່ອເປົ່າປະສານກັບການຂັບລໍາ ແລະ ຮ້ອງເພັງ. ຊົນເຜົ່າ ລາວ ມີຄໍາເວົ້າ ຕໍ່ໆກັນມາວ່າ: ຢູ່ເຮືອນຮ້ານ, ກິນ ເຂົ້າໜຽວຈ້ຳປາແດກ ແລະ ເປົ່າ ແຄນໄດ້ແມ່ນເອກະລັກອັນແທ້ຈິງ ຂອງເຂົາເຈົ້າ.


ພາສາປາກເວົ້າ


ພາສາຂອງຊົນເຜົ່າ ລາວ ຈັດເຂົ້າໃນໝວດພາສາ ລາວ-ໄຈ, ຊົນເຜົ່າ ລາວ ມີຕົວໜັງສືຂຽນ ແລະ ໄດ້ເປັນຕົວໜັງສືທີ່ໃຊ້ຂຽນໃນ ທາງລັດຖະການ, ພາສາປາກເວົ້າກໍເປັນພາສາກາງຂອງທຸກຊົນເຜົ່າ ໃນວົງຄະນາຍາດແຫ່ງຊາດລາວ.

ຄັດຈາກປື້ມບັນດາຊົນເຜົາໃນ ສປປ ລາວ


ເປັນສ່ວນຫນຶ່ງຂອງຊຸມຊົນທີ່ຂະຫຍາຍຕົວທີ່ສະຫນັບສະຫນູນຊ່າງຫັດຖະກໍາລາວ. ເຂົ້າຮ່ວມຈົດ ໝາຍຂ່າວຂອງພວກເຮົາສໍາລັບການເຄື່ອນໄຫວແລະເລື່ອງລາວຕ່າງໆ.

ກ່ຽວກັບ

Her Works ໄດ້ເລີ່ມຈາກການເດີນທາງຂອງຜູ້ຍິງຄົນຫນຶ່ງທີ່ມີນາມວ່າ ຕຸ໊ກຕາ ເພິ່ນທີ່ໄດ້ເດີນທາງໄປຫາຄົນຊົນເຜົ່າຕ່າງໆຢູ່ທົ່ວປະເທດລາວ ໂດຍຫວັງວ່າຈະນຳເອົາງານຝີມືທີ່ປານີດຂອງກຸ່ມຊົນເຜົ່າທີ່ດ້ອຍໂອກາດມາເຜີຍແຜ່ສູ່ສາຍຕາຂອງຄົນທົ່ວໂລກ

ຂໍ້ມູນ

ກ່ຽວກັບພວກເຮົາ
ຮ້ານຄ້າ
ຂ່າວ
ເພື່ອນຮ່ວມງານ

ຊ່ວຍເຫຼືອ

ຂາຍຍົກ
ຂໍ້ມູນການຈັດສົ່ງ
ເງຶ່ອນໄຂການສົ່ງຄຶນ
ຖາມຕອບ
ເງື່ອນໄຂ
ນະໂຍບາຍສ່ວນຕົວ

ສະຫງວນລິຂະສິດ © 2024. Her Works