ກືມມຸ ແມ່ນຊົນເຜົ່າໜື່ງທີ່ນອນໃນວົງຄະນະຍາດແຫ່ງຊາດລາວເອກະພາບ ຕາມການຄົ້ນຄວ້າຂອງນັກປະຫວັດສາດຫຼາຍປະເທດ ໃຫ້ຮູ້ວ່າ ປະຫວັດຄວາມເປັນມາຂອງຊົນເຜົ່າກືມມຸຄ້າຍຄືກັບບັນດາຊົນເຜົ່າທີ່ນອນໃນໝວດພາສາມອນ-ຂະແມ ບັນດາເຜົ່ານີ້ມີເຊື້ອສາຍພົວພັນກັບຊົນຊາດຄອມ. ຊົນຊາດຂອມມາຈາກເຊື້ອສາຍອິນດາຍບູຮານ ໃນທ້າຍສະຕະວັດທີ4, ຊົນຊາດຂອມໄດ້ຍົກຍ້າຍມາຕັ້ງຖິ່ນຖານຢູ່ເຂດໃນກາງສຸວັນນະພູມ ຕໍ່ມາຫຼາຍມີກໍ່ມີການເຄື່ອນຍ້າຍເຜົ່າອື່ນໆເຂົ້າມາຢູ່ປະເທດລາວຕາມລໍາດັບ ພວກຂອມຈິ່ງແຕກແຍກກັນໄປຢູ່ກຸ່ມລະທິດລະທາງ.
ສໍາລັບຊົນເຜົ່າກືມມຸ ໄດ້ຕັ້ງຖິ່ນຖານບ້ານຊ່ອງ ແລະດໍາລົງຊີວິດຢູ່ບັນດາແຂວງພາກເຫນືອລົງຮອດແຂວງຄຳມ່ວນ. ເຜົ່າລາວບາງທ້ອງຖິ່ນເຂົາຖືວ່າເຜົ່າກືມມຸແມ່ນເຜົ່າອ້າຍ.
ແຕ່ລະແຊງຂອງຊົນເຜົ່າກືມມຸ ເອີ້ນຕົນວ່າ ເອງມີ ການຜັນສຽງແຕກຕ່າງກັນເລັກໜ້ອຍ, ເປັນຕົ້ນ ຄຳທຳອິດ, ກຶມ, ເຄີ, ຂະ, ກະ. ສຳລັບເຜົ່າອື່ນເອີ້ນເຂົາເຈົ້າກະມັນອອກສຽງບໍ່ແຈ້ງໃນຄຳທຳອິດ. ຄໍາວ່າ ກືມມຸ ມີຄວາມໝາຍວ່າຄົນແລະຄົນໃນທີ່ນີ້ມີຄວາມໝາຍເຈາະຈົງເຖິງເຜົ່າຂອງຕົນເອງເທົ່ານັ້ນ, ຊົນເຜົ່າກືມມຸປະກອບມີຫຼາຍແຊງເຊັ່ນ: ກືມມຸຮອກ,ກືມມຸອູ,ກືມມຸລື້,ແຕ່ລະແຊງຂອງເຜົ່າກືມມຸ ໄດ້ຕັ້ງຖິ່ນຖານພູມລຳເນົາຕາມສະຖານທີ່ຕ່າງໆ.
ລັກສະນະເສດຖະກິດຂອງຊົນເຜົ່າກືມມຸແມ່ນປະກອບອາຊີບການກະເສດເປັນຕົ້ນແມ່ນເຮັດໄຮ່ປູກເຂົ້າ, ປູກພືດຕ່າງໆ ເພື່ອຮັບໃຊ້ໃນຊີວິດປະຈຳວັນ, ການລ້ຽງສັດກໍ່ເປັນກິດຈະການທີ່ສຳຄັນໃນສັງຄົມຂອງຊົນເຜົ່າ. ສັດທີ່ເຂົາເຈົ້າມັກລ້ຽງແມ່ນ ໝູ, ໝາ, ງົວ, ຄວາຍ, ແບ້ ແລະສັດປີກ ເພື່ອປະກອບພິທີລ້ຽງຜີ, ເຮັດຂວັນແລະໃຊ້ເປັນອາຫານປະຈຳວັນ. ຄຽງຄູ່ຊົນເຜົ່າກືມມຸມີການເກັບເຄື່ອງປ່າຂອງຂອງດົງ ເພື່ອເປັນສິນຄ້າແລກປ່ຽນຢູ່ຕາມທ້ອງຕະຫຼາດຫຼືແລກປ່ຽນນຳບັບດາຊົນເຜົ່າທີ່ຢູ່ໃກ້ຄຽງ.
ລັກສະນະເຮືອນຂອງຊົນເຜົ່າກືມມຸຕາມປະເພນີເຂົາເຈົ້າມັກປຸກເຮືອນຮ້ານ, ຈະມີການຈັດຫ້ອງຕາມຄວາມເໝາະສົມຂອງຈຳນວນສະມາຊິກໃນຄອບຄົວ, ເຮືອນຈະຖືກຂັ້ນສອງຫ້ອງ, ຫ້ອງໃນສຳລັບພໍ່ແມ່,ມີເຕົາໄຟສະເພາະຫນື່ງເຂົ້າ,ຫ້ອງນອກໄວ້ສຳລັບແຂກແລະມີເຕົາແຕ່ງກິນ,ແຂກຄົນມາເຮືອນຈະໄດ້ຢູ່ແຕ່ຫ້ອງນອກ,ບໍ່ໄດ້ອະນຸຍາດໃຫ້ນອນຂວາງເຮືອນ,ຍາມກາງເວັນຈະບໍ່ອະນຸຍາດໃຫ້ຫິ້ນຊີ້ນສັດດິບຕ່າງໆ ທີ່ບໍ່ໄດ້ຫຸ້ມຫໍ່ຂື້ນເຮືອນ, ບໍ່ອະນຸຍາດໃຫ້ແບກສາດປູນອນ ຫຼືສາດຮອງຕີນເຂົ້າຜ່ານບ້ານຢ່າງເດັດຂາດ.
ຊົນເຜົ່າກືມມຸມີເຄື່ອງນຸ່ງປະຈຳຊົນເຜົ່າ ເຊີ່ງເປັນເອກະລັກຂອງຊົນເຜົ່າຂອງເຂົາເຈົ້າຕໍ່າດ້ວຍຝ້າຍ,ຍອມນິນແລະປະດັບປະດາຕາມແຕ່ລະເພດ. ໃນປະຈຸບັນນີ້ການແຕ່ງແລະການນຸ່ງຖືບາງແຊງຈະປະກົດເຫັນ ແຕ່ຍາມງານບຸນປະເພນີເທົ່ານັ້ນ. ສຳລັບວັດທະນາທຳ ແລ້ວເຂົາເຈົ້າຈະມັກນຸ່ງເຄື່ອງສຳເລັດຮູບທີ່ຊື້ຈາກຕະຫຼາດ.
ຕາມຄວາມເຊື່ອຖືຂອງຊົນເຜົ່າກືມມຸນັບຖືບັນພະບູລຸດຂອງຕົນເອງມາຕະຫຼອດ, ຢູ່ໃນເຮືອນມີຮ້ານຜີ, ໃນຈຳນວນຜີທີເຄີຍເອີ້ນຫາມາເຮັດພິທີລ້ຽງຜີເຮືອນນັ້ນລວມມີພໍ່,ແມ່,ປູ່,ຕາຍາຍ. ນອກນັ້ນກືມມຸ ຍັງນັບຖືຜີບ້ານ,ຜີເມືອງ,ຜີແຖນ,ຜີປ່າ,ຜີນ້ຳ,ຜີທີ່ເຂົາເຈົ້າຢ້ານທີ່ສຸດແມ່ນຜີປອບ. ສະນັ້ນແຕ່ລະບ້ານຕ້ອງມີໝໍມົນຢ່າງໜ້ອຍຄົນໜື່ງເພື່ອມາປາບຜີປອບ. ດ້ານຄອບຄົວເລືອດເນື້ອເສື້ອສາຍ,ຕະກູນຂອງຊົນເຜົ່າກືມມຸ ແມ່ນສືບທອດຕະກູນທາງພໍ່,ເມື່ອແມ່ຍິງແຕ່ດອງໄປແລ້ວຕ້ອງໄປຢູ່ນຳຄອບຄົວພໍ່ປູ່,ແມ່ຍ່າ,ແຕ່ຖ້າຄອບຄົວແມ່ຍິງເປັນຄົນທຸກຍາກຝ່າຍຊາຍຕ້ອງເປັນເຂີຍສູ່ຕະຫຼອດຊີວິດ ຊົນເຜົ່າກືມມຸມີລະບົບຊີງຊາວຫຼືຕະກຸນທີ່ຕົນເອງຕ້ອງເຄົາລົບບູຊາໂດຍເອົາຊື່ຂອງໂຕສັດແລະຕົ້ນໄມ້ ເພື່ອເຄົາລົບບູຊາຕະກຸນຂອງຕົນເອງ
ດ້ານສິນລະປະວັນນະຄະດີ ແມ່ນອຸດົມສົມບູນ ແຕ່ລະແຊງລ້ວນແຕ່ມີການຂັບລຳຕ່າງໆຫຼາຍຊະນິດແລະມີເຄື່ອງດົນຕີປະດິດສ້າງຈາກໄມ້ປ່ອງ. ນອກຈາກນີ້ມີນິທານພື້ນເມືອງ, ຄຳຜະຫຍາແລະບົດຟ້ອນປະຈຳເຜົ່າຄືຟ້ອອນ: ຟ້ອນ,ດາບແລະຟ້ອນທັ່ງບັ້ງ...
ຊົນເຜົ່າກືມມຸມີພາສາປາກເວົ້າເປັນຂອງຕົນເອງສະເພາະເຂົາເຈົ້າ,ບໍ່ມີຕົວໜັງສືຂຽນ.ໃຊ້ຕົວອັກສອນລາຕິນເປັນຕົວໜັງສືເຜົ່າກືມມຸ,ປະຈຸບັນນີ້ຕົວອັກສອນດັ່ງກ່າວຍັງຄົງຕົວຢູ່ ແຕ່ບໍ່ໄດ້ນຳໃຊ້ຢ່າງກວ້າງຂວາງ,ເຜົ່າກືມມຸຈະມີພາສາປາກເວົ້າຕ່າງກັນບາງເລັກໜ້ອຍ,ຄົນຊົນເຜົ່າກືມມຸຍັງມັກຮຽນພາສາຊົນເຜົ່າອື່ນໆເຊັ່ນ: ພາສາເຜົ່າລາວ ແລະພາສາບາງເຜົ່າຢູ່ອອ້ມຂ້າງ
ຄັດຈາກປື້ມບັນດາຊົນເຜົາໃນ ສປປ ລາວ
ສະຫງວນລິຂະສິດ © 2025. Her Works