ຢ້ຽມຢາມຫັດຖະກຳຕ່ຳເຈ້ຍປໍສາທີ່ເມືອງວັງວຽງ

ວັນທີ 08/06/2017

ໃນວັນທີ 8 ມິຖຸນາທີ່ຜ່ານມາ, ທ່ານ ນ. ຕຸ໊ກຕາ, ອຳນວຍການຂອງພວກເຮົາໄດ້ໄປຢ້ຽມຢາມຫັດຖະກຳຕ່ຳເຈ້ຍປໍສາທີ່ເມືອງວັງວຽງແລະໄດ້ຮັບຊົມວິທີການຜະລິດເຈ້ຍປໍສາໄປຈົນເຖິງຂັ້ນຕອນການຍ້ອມສີທຳມະຊາດຈົນເຖິງຕ່ຳເປັນແຜ່ນໂດຍຂະບວນການຜະລິດທັງຫມົດແມ່ນເຮັດດ້ວຍມືຈາກທັງສີ່ແມ່ຍິງທີ່ມີຄວາມສາມາດນັ້ນກໍ່ຄື ແມ່ດົວ, ແມ່ບຸນ, ແມ່ແຫຼ້ ແລະ ແມ່ຈັບ. ທີ່ຫນ້າອັດສະຈັນໄປກວ່ານັ້ນແມ່ນເຈ້ຍທີ່ຕ່ຳເປັນແຜ່ນແລ້ວບໍ່ວ່າຈະເປັນຜ້າຮອງຈອກຮອງຈານຫຼືກະເປົາ, ແມ່ນສາມາດນຳມາສັກໄດ້ໂດຍບໍ່ຂາດ. ສາມາດຮັບຊົມຜົນງານຂອງຫັດຖະກຳຕ່ຳເຈ້ຍປໍສາຈາກທັງສີ່ແມ່ໄດ້ທີ່ Her Works ສາຂາຫຼັກ.



A panel discussion with women entrepreneurs

ວັນທີ 22/03/2017

ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ, ສູນອາເມລິກາປະຈຳສະຖານທູດອາເມລິກາໄດ້ຈັດງານພົບປະໂອ້ລົມແລກປ່ຽນປະສົບການລະວ່າງຜູ້ປະກອບການຍິງທັງສີ່ ນັກສຶກສາ ແລະ ນັກສຶກສາ ເພື່ອທີ່ນັກສຶກສາຈະໄດ້ຮຽນຮູ້ປະສົບການນຳຜູ້ປະກອບການຍິງທັງສີ່ທ່ານ ເພື່ອເປັນແຮງຈູງໃຈໃນການທີ່ຈະລິເລີ່ມເຮັດທຸລະກິດຂອງຕົນເອງ ເຊິ່ງຫນຶ່ງໃນສີ່ຜູ້ປະກອບການຍິງແບບຢ່າງນັ້ນກໍ່ມີ ທ່ານ ນ. ຕຸກຕາ, ອຳນວຍການຂອງພວກເຮົາ.




ຢ້ຽມຢາມແມ່ສົວ, ຜູ້ຍິງຄົນດຽວໃນເມືອງຫນອງແຮດແຂວງຊຽງຂວາງ ທີ່ຍັງຄົງສືບຕໍ່ລ້ຽງຊີບດ້ວຍການຂຽນທຽນດ້ວຍມື

ວັນທີ 09/02/2017

ໃນວັນທີ 09/02/2017, ທ່ານ ນ. ຕຸກຕາ ອຳນວຍການຂອງພວກເຮົາໄດ້ລົງໄປຢ້ຽມຢາມແມ່ສົວທີ່ເມືອງໜອງແຮດ ແຂວງຊຽງຂວາງ, ເຊິ່ງເພິ່ນໄດ້ສືບທອດການຂຽນທຽນດ້ວຍມືຈາກຜູ້ເປັນແມ່ ແລະໄດ້ຫາລ້ຽງຊີບຈາກການຂາຍຜ້າຂຽນທຽນທີ່ເພິ່ນຂຽນເອງແລະຍ້ອມເອງດ້ວຍການຍ້ອມສີທຳມະຊາດ. ແມ່ສົວໄດ້ເລົ່າຊູ່ຟັງວ່າ, ແຕ່ກ່ອນກໍ່ມີຫຼາຍຄົນໃນຫມູ່ບ້ານຊ່ວຍກັນຂຽນຂາຍ ແຕ່ຫລັງຈາກມີການພິມລາຍຈາກແມ່ພິມເອົາເຊິ່ງທັງລາຄາຖືກແລະໄວ, ແຜ່ນແພທີ່ພວກເຂົາໃຊ້ເຫື່ອແຮງໃນການຂຽນເປັນເວລາດົນກໍ່ເລີ່ມຂາຍຍາກຂຶ້ນ, ຈົນເຫຼືອແຕ່ແມ່ສົວຄົນດຽວໃນໝູ່ບ້ານທີ່ຍັງຄົງສືບຕໍ່ຂຽນທຽນດ້ວຍມື. ຫນ້າເສຍດາຍທີ່ຄວາມເປັນເອກະລັກແລະຄວາມສາມາດແບບນີ້ກ່ຳລັງຖືກລືມຫາຍໄປ. Her Works ຈະຂໍເປັນຫນຶ່ງແຮງພັກດັນໃຫ້ແມ່ສົວສືບຕໍ່ການຂຽນດ້ວຍມືນີ້, ແລະຈະພະຍາຍາມເຜີຍແຜ່ໃຫ້ຄົນລາວແລະຄົນຕ່າງຊາດໄດ້ຮັບຮູ້ເຖິງຄຸນຄ່າຂອງສິນລະປະ, ຄວາມພາກພຽນພາຍາຍາມກວ່າຈະສຳເລັດຜົນງານຫນຶ່ງຊິ້ນ, ແລະຈະພາຍາຍາມຟື້ນຟູການຂຽນທຽນດ້ວຍມືໃຫ້ກັບມາຄືນດັ່ງເກົ່າ.



ຢ້ຽມຢາມຫັດຖະກຳສານປຽດ, ເມືອງປາກແບງ ແຂວງອຸດົມໄຊ

ວັນທີ 22/11/2016

ວັນທີ 22/11/2016, ພວກເຮົາໄດ້ລົງໄປຫາ ກຸ່ມ Her Works ຫັດຖະກຳສານຖົງປຽດ ທີ່ເມືອງປາກແບ່ງແຂວງອຸດົມໄຊ. ການສານຖົງເຄືອປຽດແມ່ນຫນຶ່ງໃນເອກະລັກຂອງຊົນເຜົ່າກຶມມຸ, ເຊິ່ງແຕ່ລະຄົນຈະຫິ້ວຖົງເຄືອປຽດທີ່ຕົນເອງສານເທິງຫົວເພື່ອແບກເຄື່ອງ, ຜັກ, ໝາກໄມ້ທີ່ໄປເກັບກ່ຽວມາ. ປະຈຸບັນຖົງເຄືອປຽດໄດ້ຮັບຄວາມສົນໃຈຫຼາຍ ແລະ ກໍ່ໄດ້ຖືກນຳມາເປັນຫນຶ່ງໃນວັດຖຸດິບຫຼັກໃນການຕົກແຕ່ງກະເປົາ Her Works. ພົບກັບກະເປົາສານເຄືອປຽດຈາກບັນດາຊາວຊົນເຜົ່າກຶມມຸໄດ້ທີ່ Her Works



ຢ້ຽມຢາມຫັດຖະກຳຕ່ຳແຜ່ນຍ້ອມສີທຳມະຊາດ, ທີ່ເມືອງນ້ຳບາກ, ແຂວງຫຼວງພະບາງ

ວັນທີ 21/11/2016

ໃນວັນທີ 21/11/2016, ພວກເຮົາໄດ້ລົງໄປຢ້ຽມຢາມກຸ່ມ Her Works ທີ່ເມືອງນ້ຳບາກ, ແຂວງຫຼວງພະບາງ ເຊິ່ງເພິ່ນມີຊື່ສຽງໃນການຕ່ຳຜ້າຝ້າຍຍ້ອມສີທຳມະຊາດເຊັ່ນ ຜ້າພັນຄໍ, ຜ້າປູໂຕະ, ຜ້າປູຕຽງ ແລະ ອື່ນໆ. ພົບກັບສິນຄ້າທີ່ຕັດຍິບຈາກແຜ່ນແພຈາກເມືອງນ້ຳບາກ ໄດ້ທີ່ Her Works.



ເປັນສ່ວນຫນຶ່ງຂອງຊຸມຊົນທີ່ຂະຫຍາຍຕົວທີ່ສະຫນັບສະຫນູນຊ່າງຫັດຖະກໍາລາວ. ເຂົ້າຮ່ວມຈົດ ໝາຍຂ່າວຂອງພວກເຮົາສໍາລັບການເຄື່ອນໄຫວແລະເລື່ອງລາວຕ່າງໆ.

ກ່ຽວກັບ

Her Works ໄດ້ເລີ່ມຈາກການເດີນທາງຂອງຜູ້ຍິງຄົນຫນຶ່ງທີ່ມີນາມວ່າ ຕຸ໊ກຕາ ເພິ່ນທີ່ໄດ້ເດີນທາງໄປຫາຄົນຊົນເຜົ່າຕ່າງໆຢູ່ທົ່ວປະເທດລາວ ໂດຍຫວັງວ່າຈະນຳເອົາງານຝີມືທີ່ປານີດຂອງກຸ່ມຊົນເຜົ່າທີ່ດ້ອຍໂອກາດມາເຜີຍແຜ່ສູ່ສາຍຕາຂອງຄົນທົ່ວໂລກ

ຂໍ້ມູນ

ກ່ຽວກັບພວກເຮົາ
ຮ້ານຄ້າ
ຂ່າວ
ເພື່ອນຮ່ວມງານ

ຊ່ວຍເຫຼືອ

ຂາຍຍົກ
ຂໍ້ມູນການຈັດສົ່ງ
ເງຶ່ອນໄຂການສົ່ງຄຶນ
ຖາມຕອບ
ເງື່ອນໄຂ
ນະໂຍບາຍສ່ວນຕົວ

ສະຫງວນລິຂະສິດ © 2024. Her Works