Iumien

ໂດຍທົ່ວໄປຊົນເຜົ່າ ອີວມຽນ ການດຳລົງຊີວິດແມ່ນຢູ່ເຂດພູເຂົາ, ເນີນສູງທີ່ມີອາກາດຫນາວ ໃນບັນດາແຂວງພາກເຫນືອ ຂອງ ສປປລາວ ລົງຮອດ ແຂວງວຽງຈັນ. ນອກຈາກນີ້ຍັງມີຢູ່ປະເທດໃກ້ຄຽງເຊັ່ນ: ປະເທດ ສສ ຫວຽດນາມ, ສປ ຈີນ, ເຂດພາກເໜືອຂອງລາຊະອານາຈັກ ໄທ ແລະ ສະຫະລັດອາເມລິກາ. ປັດຈຸບັນຊົນເຜົ່າ ອີວມຽນ ຢູ່ ສປປ ລາວ ມີພົນລະເມືອງທັງໝົດ 22,449ຄົນ, ຍິງ 13,574ຄົນ ແລະ ເທົ່າກັບ 0.5% ຂອງພົນລະເມືອງລາວທັງຫມົດ. ຜົນການສຳຫຼວດພົນລະເມືອງທົ່ວປະເທດຄັ້ງທີ III ປີ 2005 ຊົນເຜົ່າ ອີວມຽນ ທີ່ແຈກຢາຍຢູ່ແຕ່ລະບ່ອນ ແຂວງຜົ້ງສາລີ: ເມືອງຍອດອູ, ເມືອງໃຫມ່, ເມືອງບຸນເໜືອ, ເມືອງສຳພັນ ແຂວງອຸດົມໄຊ: ເມືອງນາໝໍ້ ແຂວງຫຼວງນ້ຳທາ: ເມືອງສິງ, ເມືອງຫຼວງນ້ຳທາ, ເມືອງລອງ ແຂວງບໍ່ແກ້ວ: ເມືອງຫ້ວຍຊາຍ ແຂວງຫົວພັນ: ເມືອງຊຽງຄໍ້, ເມືອງວຽງໄຊ, ເມືອງຊຳເໜືອ, ເມືອງວຽງທອງ, ເມືອງແອດ, ເມືອງຮຽມ ແຂວງໄຊຍະບູລີ: ເມືອງໄຊຍະບູລີ ແຂວງວຽງຈັນ: ເມືອງວັງວຽງ, ເມືອງໝືນ ນະຄອນຫຼວງວຽງຈັນ: ເມືອງປາກງື່ມ


ປະຫວັດ ຄວາມເປັນມາແລະຊື່ເອີ້ນ


ອີວມຽນເປັນຊົນເຜົ່າທີ່ມີປະຫວັດຄວາມເປັນມາດົນນານ, ແຕ່ສະໄໝສົງຄາມກາງເມືອງໃນປະເທດຈີນ, ໄດ້ເລີ່ມອົບພະຍົບເຂົ້າມາສູ່ມົນທົນກວາງຕຸງ, ກຸຍໂຈວ, ກວາງສີ ແລະ ຢູນານ ເຊິ່ງຢູ່ທິດຕາເວັນຕົກສຽງໃຕ້ ສປ ຈີນ ໃນລາດຊະວົງຂິນຮັ່ນ. ບາງສ່ວນກໍ່ເຄື່ອນຍ້າຍເຂົ້າຢູ່ພາກເໜືອ ຂອງ ສສ ຫວຽດນາມ ແລະ ລາຊະອານາຈັກ ໄທ. ສຳລັບການເຄື່ອນຍ້າຍເຂົ້າສູ່ປະເທດລາວໄດ້ແບ່ງເປັນຫລາຍໄລຍະ ແລະ ຫຼາຍເສັ້ນທາງທີ່ແຕກຕ່າງກັນຄື: ເຄື່ອນຍ້າຍເຂົ້າລາວໂດຍຜ່ານບັນດາແຂວງຕາເວັນຕົກສຽງເໜືອຂອງ ສສ ຫວຽດນາມ ເຂົ້າໃນເຂດຫົວພັນ, ຊຽງຂວາງ ແລະ ຫຼວງພະບາງ, ມີເສັ້ນທາງໜຶ່ງຜ່ານບັນດາແຂວງທິດໃຕ້ຂອງ ສປ ຈີນ ເຂົ້າສູ່ບັນດາແຂວງພາກເໜືອຂອງລາວເຊັ່ນ: ແຂວງຜົ້ງສາລີ, ແຂວງອຸດົມໄຊ, ແຂວງຫຼວງນ້ຳທາ ແລະ ແຂວງບໍ່ແກ້ວ.

ຊົນເຜົ່ານີ້ມີຊື່ເອີ້ນຕ່າງກັນຕາມແຕ່ລະສະໄໝເຊັ່ນ: ສະໄໝລາດຊະວົງຂິນຮັ່ນຖືກເອີ້ນວ່າ: “ມໍມານ”, ສະໄໝລາດຊະວົງຖັງຖືກເອີ້ນວ່າ “ມໍຢ້າວ” ເຊິ່ງມີຄວາມໝາຍວ່າ: ບໍ່ຢູ່ໃຕ້ອຳນາດຂອງໃຜ. ດັ່ງນັ້ນ ຊື່ທີ່ເອີ້ນວ່າ “ຢ້າວ” ແມ່ນຊື່ທີ່ຊົນເຜົ່າອື່ນໆເອີ້ນເຂົາເຈົ້າ, ຊື່ທີ່ເຊົາເອີ້ນຕົນເອງ, ມັກທີ່ສຸດ, ແລະ ຊື່ທີ່ກຳລັງໃຊ້ທາງລັດຖະການໃນປັດຈຸບັນແມ່ນ “ອີວມຽນ”. ຊົນເຜົ່າອີວມຽນປະກອບດ້ວຍຫຼາຍແຊງເຊັ່ນ: ແລນແຕນ, ຢ້າວຂາວ ແລະ ຢ້າວພົມໄໝແດງ. ສຳລັບແລນແຕນມີສ່ມຊື່ເອີ້ນຄື: ໄລຍະທຳອິດເອີ້ນວ່າ “ຢິວ”, ຕໍ່ມາຍ້ອນວ່າຊົນເຜົ່ານີ້ຮູ້ຍ້ອມເຄື່ອງດ້ວຍສີຄາມ, ຈີນຈິ່ງເອີ້ນວ່າ “ແລນແຕນ”, ເວລາຍົກຍ້າຍມາຢູ່ລາວ, ແລນແຕນຈະມັກຢູ່ຕາມຫ້ວຍນ້ຳລຳເຊ, ສະນັ້ນຊົນເຜົ່າລາວຈິ່ງເອີ້ນເຂົາວ່າ “ຫ້ວຍ”, ຊື່ເຂົາເຈົ້າມັກແທ້ແມ່ນ ແລນແຕນ. ແລນແຕນມັກໄສ່ຊື່ແລະນາມສະກຸນຕາມສິ່ງທີ່ດີເລີດຂອງຄົນ ຫຼື ສິ່ງຂອງອ້ອມໂຕເຮົາ. ສ່ວນຍິງສາວມັກຈະປັ້ນດິ້ວນ້ອຍເພື່ອລົກຂົນຄິ້ວໃຫ້ກ້ຽງຊຶ່ງຈະມີຈຸດປະສົວຢາກງາມ ແລະ ເກັ່ງເໜືອກວ່າຜູ້ຊາຍ.


ອາຊີບຂອງຊົນເຜົ່າ ອິວມຽນ




ການດຳລົງຊີວິດທາງດ້ານເສດຖະກິດ, ເຂົາເຈົ້າມີອາຊີບຕົ້ນຕໍກໍ່ແມ່ນ: ໃນການເຮັດໃຫ້ປູກເຂົ້າຈ້າວ, ພ້ອມກັນນັ້ນກໍ່ຍັງປູກພືດສຳຮອງ ຫຼາຍຊະນິດ ເພື່ອຮັບໃຊ້ຊີວິດປະຈຳວັນຂອງຄອບຄົວຄື: ສາລີ, ມັນຕົ້ນ, ມັນດ້າງ, ໝາກຖົ່ວແລະພືດຜັກຕ່າງໆ, ສັດທີ່ຊົນເຜົ່ານີ້ນິຍົມລ້ຽງໄດ້ແກ່: ງົວ, ຄວາຍ, ມ້າ, ແບ້, ໝູ, ໝາ, ເປັດ ແລະ ໄກ່. ພິເສດ ຊົນເຜົ່າອີວມ້ຽນມີມູນເຊື້ອໃນການຖັກແສ່ວ ແລະຄ້າຂາຍນ້ອຍເພື່ອເສີມລາຍໄດ້ໃຫ້ແກ່ຄອບຄົວ.

ເຈ້ຍແມ່ນຜະລິດຈາກໜໍ່ໄມ້ເຊິ່ງເປັນສັນຍາລັກຂອງເງິນໃຊ້ປະກອບເຂົ້າໃນພິທີກຳການໄຫວ້ຜີ.


ທີ່ຕັ້ງບ້ານແລະເຮືອນ



ໃນສະໄໝກ່ອນ ການຕັ້ງບ້ານເຮືອນຂອງຊົນເຜົ່າ ອີວມຽນສ່ວນຫຼາຍແມ່ນຢູ່ເຂດທີ່ເປີ້ພູບ່ອນທີ່ສູງຊັນ, ມີອາກາດໜາວ ແລະມີສາຍນ້ຳລຳທານ, ລັກຊະນະເຮືອນຂອງເຂົາເຈົ້າເປັນເຮືອນຊັ້ນດຽວຕິດດິນ, ສອງຝາເຮືອນຊ້າຍຂວາມີປະຕູເຂົ້າອອກເບື້ອງລະປ່ອງຄື: ປະຕູຊ້າຍເຂົ້າບໍລິເວນຮັບແຂກ ປະຕູຍິງໄຂເຂົ້າສູ່ເຮືອນຄົວ, ສ່ວນປະຕູທີສາມເອີ້ນວ່າ: ປະຕູໃຫຍ່ໃຊ້ສຳລັບເຮັດພິທີກຳຕ່າງໆຢູ່ກົງກັນຂ້າມກັບຮ້ານບູຊາຜີ, ຊົນເຜົ່ານີ້ນັບຖືວ່າເຮືອນເປັນສິ່ງທີ່ກໍ່ສ້າງສິ່ງສັກສິດ. ສະນັ້ນ, ການປຸກເຮືອນ ຕ້ອງຫາມື້ຫາຍາມເພື່ອບໍ່ໃຫ້ຜິດຜີ ແລະ ກໍເພື່ອຄວາມປອດໄພກໍຄືຄວາມສຸກຂອງຄອບຄົວ.


ເຄື່ອງນຸ່ງຫົ່ມ


ນັບແຕ່ໃດໆມາ ຊົນເຜົ່າ ອີວມຽນ ແມ່ນມີເອກະລັກວັດຖະນະທຳທາງດ້ານການນຸ່ງຫົ່ມ ແລະ ເອ້ຍ້ອງທີ່ເປັນຂອງຊົນເຜົ່າຕົນ ໃນແຕ່ລະແຊງກໍ່ມີຄວາມແຕກຕ່າງກັນອອກໄປເຊັ່ນ: ແມ່ຍິງໂດຍປົກກະຕິແລ້ວແມ່ນມີຄວາມນິຍົມນຸ່ງສົ້ງຂາລີບສີດຳ ແລະ ແສ່ວປາຍຂາໂສ້ງດ້ວຍດອກຝ້າຍຫຼາຍສີຄື: ສີແດງ, ສີຂາວ, ສີເຫຼືອງ ແລະ ສີຟ້າຢ່ອນລົງຮອດປາຍແຄ່ງ, ຫົ່ມເສື້ອແຂນຍາວສີດຳ ແລະ ຢູ່ສົ້ນຂອງແຂນເສື້ອໄດ້ມີການປັກແສ່ວເປັນລວດລາຍດ້ວຍຝ້າຍທີ່ມີສີສັນແຕກຕ່າງກັນເຊັ່ນ: ສີດຳ, ສີຂາວ ແລະ ແຂບຄໍເສື້ອດ້ວຍໝາກບັດ, ແວນສີແດງ, ສີບົວທັງປະດັບດ້ວຍເງິນຂັນຫ້ອຍໄວ້ຕາມໜ້າເອິກຂອງເສື້ອຊຸດໜຶ່ງໆມີນ້ຳໜັກປະມານ 1.5ກຣາມ, ໃສ່ຜ້າສີດຳຄຽນຫົວທີ່ມີຄວາມຍາວ 10ແມັດ, ສ່ວນຜ້າຄ້ອງຄໍແຕ່ລະແຊງຈະບໍ່ຄືກັນເຊັ່ນ: ມີຜ້າແລນ ຜ້າສີຂາວຍາວປະມານ 1ແມັດ, ມີການແຊ່ວປັກລວດລາຍຄ້ອງຄໍພາດລົງບ່າທາງໜ້າສອງເບື້ອງ. ນອກຈາກນີ້ແລ້ວກໍຍັງມີຜ້າສີດຳຄຽນແອວທີ່ແສ່ວດ້ວຍຜ້າສີແດງຢູ່ສອງສົ້ນແພ, ຜ້າພັນແຂນສີຂາວທີ່ໄດ້ຜະລິດດ້ວຍຕົນເອງ ແລະ ມີເຄື່ອວປະດັບເອ້ຍ້ອງທີ່ເຮັດດ້ວຍເງິນຄື: ປອກຄໍ, ປອກແຂນ, ປອກຂາ, ຕ້າງຫູ ແລະ ສາຍຄໍຍາວ. ໃນອາດີດແມ່ຍິງຊົນເຜົ່າອີວມ້ຽນບໍ່ນິຍົມໄສ່ເກີບ, ພັດມີຄວາມນິຍົມໄສ່ປອກແຂນ, ສາຍຄໍທີ່ເຮັດດ້ວຍເງິນເຊິ່ງມີນ້ຳໜັກສອງຂີດຂຶ້ນໄປ. ແຕ່ສຳລັບຜູ້ຊາຍແມ່ນມັກນຸ່ງໂສ້ງສີດຳຂາລີບຍາວພຽງປາຍແຄ່ງແສ່ວດ້ວຍຝ້າຍສີແດງຢູ່ປາຍຂອບຂາໂສ້ງ, ມີຄວາມນິຍົມຫົ່ມເສື້ອສີດຳ, ມີກະດຸມລະຫວ່າງສອງຂ້າງ, ໃນເສື້ອຊຸດໜຶ່ງປະດັບດ້ວຍເງິນຂັນປະມານ 25 ໜ່ວຍ ຂຶ້ນໄປ, ຜູ້ຊາຍທີ່ມີຄອບຄົວແລ້ວນັ້ນມີຄວາມນິຍົມໄສ່ໝວກສີດຳແຄບດ້ວຍສີແດງ.


ອາຫານແລະເຄື່ອງດື່ມ


ໃນສະໄໝກ່ອນ ສະພາບການກິນ ການດື່ມ ຫຼື ການດູດຂອງຊົນເຜົ່າອີວມຽນ ກໍຄືກັນກັບຊົນເຜົ່າອື່ນໆໃນປະເທດລາວເປັນຕົ້ນ: ເຂົາເຈົ້າໄດ້ອາໄສທຳມະຊາດ ແລະ ສິ່ງແວດລ້ອມອ້ອມຕົວຄື: ຫາລ່າເນື້ອສັດປ່າ, ຫາປາຕາມຫ້ວຍ, ຮອງ, ເກັບເດັດຜັກປ່າ, ໜໍ່ໄມ້ທີ່ຫາໄດ້ມາປຸງແຕ່ງເປັນອາຫານປະເພດຕ່າງໆເຊັ່ນ: ປະເພດແກງ, ລາບສຸກ, ລາບດິບ, ປິ້ງ, ໝົກດ້ວຍໃບຕອງ, ຫຼາມ ໄສ່ບັ້ງໄມ້ໄຜ່, ຕົ້ມຜັກ ແລະ ກິນເຂົ້າຈ້າວ, ປະເພດລົດຊາດຂອງອາຫານກໍ່ມີລັກສະນະ ເຄັມ ແລະ ເຜັດ. ການກິນຂອງຊົນເຜົ່າອີວມ້ຽນໃນເວລານັ້ນແມ່ນມີເຄື່ອງໃຊ້ໃນຄົວເຮືອນເຊັ່ນ: ຖ້ວຍ, ບ່ວງ, ໝໍ້ ແລະ ອື່ນໆແມ່ນອາໄສທຳມະຊາດ ແລະ ສິ່ງປະດິດຄິດແຕ່ງມາໃຊ້ປະຈຳວັນ ແລະ ບາງທ້ອງຖິ່ນກໍ່ຍັງເຫັນເທົ່າທຸກມື້ນີ້.

ມາຮອດໄລຍະໜຶ່ງພວກເຂົາກໍພັດທະນາດ້ານການປຸງແຕ່ງດ້ວຍການໃສ່ຜັກຫອມບົ່ວ, ຜັກຫອມ, ຜັກຫອມລາບ ແລະຫົວສີໃຄ, ເຊິ່ງມີລົດຊາດເພັດໜ້ອຍໜຶ່ງ, ເຄັມ, ບໍ່ຈືດຈາງເກີນໄປ. ໂດຍປະເພນີແລ້ວ ຊົນເຜົ່າອິວມ້ຽນ ແມ່ນນິຍົມດື່ມນ້ຳດິບທີ່ຕັກຈາກຫ້ວຍ, ຮອງ, ຄອງ, ບຶງ, ດື່ມເຫຼົ້າໃນເວລາງານດອງ ຫຼື ງານບຸນກ່ອນຈະກິນເຂົ້າຕ້ອງເອົາ ອາຫານແລະເຫຼົ້າ ຖວາຍຜີໄດ້ກິນກ່ອນໃນໄລຍະໜຶ່ງ ຄົນຈຶ່ງກິນໄດ້.


ຄວາມເຊື່ອຖືແລະງານບຸນ




ໃນຮອບວຽນປີໜຶ່ງໆ ງານບຸນປະເພນີຂອງຊົນເຜົ່າອິວມຽນ ແມ່ນ ບຸນປີໄຫມ່ (ບຸນກິນຈຽງ) ເຈຍຊຽງຣຽງ, ເຊິ່ງຈະຈັດຂຶ້ນໃນເດືອນໜຶ່ງຂອງທຸກປີ. ນອກຈາກນັ້ນ, ແຕ່ລະເດືອນເຂົາເຈົ້າຍັງມີພິທີຫຼາຍຢ່າງເຊັ່ນ: ເດືອນສອງເຮັດພິທີກຳບ້ານ, ເດືອນສາມເຮັດພິທີກຳບູຊາ ຫຼື ເຄນຜີພໍ່ແມ່ ແລະ ບັນພະບູລຸດ ໃນພິທີກຳນີ້ແມ່ນໄດ້ເອົາເຂົ້າທີ່ໜຶ້ງສຸກແລ້ວມາຍ້ອມສີເຮັດເປັນຫຼາຍສີສັນ ໝາຍຄວາມວ່າ: ເຮັດເຂົ້າດຳ, ເຂົ້າແດງ, ເຂົ້າເຫຼືອງ, ເຂົ້າຂາວ ແລະ ອື່ນໆ. ເພື່ອບູຊາໃຫ້ບັນດາຜີດັ່ງກ່າວ. ເດືອນສີ່ ກ່ອນຈະລົງມືເຮັດການຜະລິດຕ້ອງໄດ້ເຮັດພິທີກຳຄອບໄຂວ່ໃຫ້ເຈົ້າຖິ່ນເຈົ້າຖານເປັນຜູ້ປົກປັກຮັກສາ ແລະ ສົ່ງສິ່ງສັກສິດໃຫ້ຜົນລະປູກງອກງາມ, ເດືອນຫ້າ ເດືອນເຈັດ ບຸນຫໍ່ເຂົ້າຕົ້ມ ເອົາກາບກ້ວຍ ຫຼື ເຈ້ຍຂາວມາຕັດເປັນຮູບເຄື່ອງນຸ່ງເພື່ອບູຊາຜີພໍ່ແມ່ ແລະ ຜີເຮືອນ, ເດືອນແປດເຮັດບຸນກິນເຂົ້າໃຫມ່ ແລະ ເດືອນສິບເອັດເຮັດພິທີກຳ “ຕຸກ່າຍ”, ງານນີ້ຈັດສະເພາະຜູ້ເປັນລູກຊາຍທີ່ມີອາຍຸຄົບ 10ປີ ເທົ່ານັ້ນ, ມີການຕີກອງ, ຮ້ອງເພັງ, ຟ້ອນສະຫຼັບກັນໄປເປັນຂະບວນຟົດຟື້ນເປັນເວລາ 2-3ວັນ, ຈາກນັ້ນພໍ່ແມ່ຈິ່ງຂ້າໝູແລ້ວເຊີນໝົດບ້ານມາຮ່ວມກິນນຳ.


ເຄື່ອງດົນຕີແລະສິນລະປະພື້ນເມືອງ


ດ້ານສິນລະປະວັນນະຄະດີ, ຊົນເຜົ່ານີ້ຈະມີເນື້ອຮ້ອງທຳນອງເສບ, ມີເພັງຮ້ອງເຢົາຢຸງ, ມີກອນຂັບ, ກອນລຳ, ຂັບຢ້າວທີ່ເປັນເອກະລັກຂອງຕົນເອງ, ພິເສດ ເຂົາເຈົ້າຍັງມີຕົວໜັງສືຂຽນດ້ວຍຕົວອັກສອນຈີນທີ່ເວົ້າເຖິງໂລກໄພໄຂ້ເຈັບ, ວິທີປິ່ນປົວ, ເວົ້າເຖິງດວງສະຕາ ແລະ ເວົ້າເຖິງຂວັນຈິດວິນຍານ. ນອກຈາກນັ້ນ, ເຂົາເຈົ້າຍັງມີເຄື່ອງດົນຕີເຊັ່ນ: ຄ້ອງ, ກອງ, ແຊັງ, ປີ່ ແລະ ເຄື່ອງແຕ່ງກາຍທີ່ເປັນເອກະລັກປະຈຳຊົນເຜົ່າຂອງເພດຊາຍ ແລະ ເພດຍິງ ເຊິ່ງປະກອບດ້ວຍສີສັນລວດລາຍຈາກສີໄມ້ລາຍມື ອັນປານີດ ແລະ ມາຈາກຄວາມຊຳນານຂອງຊົນເຜົ່ານັ້ນເອງ.


ພາສາປາກເວົ້າ


ພາສາປາກເວົ້າຂອງຊົນເຜົ່ານີ້ແມ່ນຈັດຢູ່ໃນໝວດພາສາມົ້ງ-ອິວມຽນ. ຊົນເຜົ່າ ອິວມຽນ ແລະ ຊົນເຜົ່າແລນແຕນ ມີຕົວໜັງສືຂຽນເຊິ່ງເປັນຕົວໜັງສືຈີນ, ຍ້ອນວ່າ: ຊົນເຜົ່ານີ້ສະໄໝກ່ອນແມ່ນອ່ານ ແລະ ຂຽນຈາກຜູ້ເປັນພໍ່ ຫຼື ຄູຄົນຈີນແມ່ນໃຊ້ຕົວອັກສອນຈີນບັນທຶກໃນພິທີກຳທາງສາດສະໜາ, ປະຫວັດການສືບສາຍຕະກຸນ ແລະ ອື່ນໆ.


ການສົມທຽບພາສາລາວ ກັບ ພາສາອິວມຽນ


ລຳດັບ ພາສາລາວ ພາສາອິນມຽນ
1 ສະບາຍດີ ລົງຂັນບໍ
2 ໂຊກດີ ລົງເຮນໂອ
3 ຂອບໃຈ ແລງຈີງ
4 ຂໍໂທດ ໂທ້ຈຸ້ຍ
5 ເຈົ້າຊື່ຫຍັງ? ເມີຍ ຍີບົວຮັງຮາຍນໍ?
6 ເຮັດຫຍັງຢູ່? ເຈົາຮາຍຍຸຍຽມ?
7 ກິນເຂົ້າແລ້ວບໍ? ຍັ້ນຫາງຍະໄຜ?
8 ລາກ່ອນ ກວ້າງດ້າງ
9 ພົບກັນໃໝ່ ປວງຕ່ອຍສັງ
10 ບໍ່ເປັນຫຍັງ ໄມ່ເປັນຍຸ

ຄັດຈາກປື້ມບັນດາຊົນເຜົາໃນ ສປປ ລາວ


                       

Taidam
       

Be a part of a growing community that supports Lao artisans. Join our newsletter for updates and behind-the-scenes stories.

About

Her Works began with a journey of one lady called Tookta,
who has travelled to different parts of Laos to meet people from various ethnic groups.
Her sole purpose is to unveil the beauty and delicacy of the art and the handicraft works
of the lesser-known ethnic minorities.

Info

Our Story
Stockist
Press
Join the Team

Help

Wholesale
Shipping Info
Return Policy
FAQS
Terms and Conditions
Privacy Statement

Copyright © 2024. Her Works